ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະ​ຕຸ້ນ​ພະ​ລັງຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ

May 20, 2025

ວັນ​ທີ 18 ພຶດ​ສະ​ພານີ້ ເປັນ​ວັນ​ຫໍ​ພິ​ພິ​ທະ​ພັນ​ສາ​ກົນ​ຄົບ​ຮອບ 49 ປີ. ຫໍ​ພິ​ພິ​ທະ​ພັນ​ເປັນ​ຫໍ​ວິ​ມານ​ທີ່​ສຳ​ຄັນ​ແຫ່ງ​ການ​ອະ​ນຸ​ລັກ​ ແລະ​ ສືບ​ທອດ​ອະ​ລິ​ຍະ​ທຳ​ມະ​ນຸດ, ເປັນ ​​ຂົວ​ຕໍ່​ທີ່​ເຊື່ອມ​ຈອດ​ອະ​ດີດ, ປັດ​ຈຸ​ບັນ​ ແລະ​ ອະ​ນາ​ຄົດ.
ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເຄີຍ​ເວົ້າ​ວ່າ: “ເມື່ອ​ຂ້າ​ພະ​ເຈົ້າ​ເດີນ​ທາງໄປ​​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ທ້ອງ​ຖິ່ນ, ຈະ​ຕ້ອງ​ຍາດ​ເວ​ລາ​ໄປ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ.”
ຫຼາຍ​ປີ​ຜ່ານ​ມາ​ນີ້, ບໍ່​ວ່າ​ຈະເປັນ​ການ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນຫຼື​ຢູ່​​ສູນ​ກາງ, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ໃຫ້​ຄວາມ​ສຳ​ຄັນ​ເປັນຢ່າງ​ສູງ​ຕໍ່​ວຽກ​ງານ​ຫໍ​ພິ​ພິ​ທະ​ພັນ​ມາໂດຍ​ຕະ​ຫຼອດ.
ຕອນ​ເຮັດ​ວຽກ​ຢູ່​ແຂວງ​ເຈີ້​ຈ່ຽງ, ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ຈາກ​ທ່ານ​ສີ​ຈິ້ນ​ຜິງ, ພາກ​ສ່ວນ​ການ​ເງິນ​ຂອງ​ແຂວງ​ເຈີ້​ຈ່ຽງ ​ໄດ້​ແກ້​ໄຂ​ບັນ​ຫາ​ດ້ານ​ງົບ​ປະ​ມານ 10 ລ້ານຢວນ​ ໃຫ້​ເມືອງ​ໂຫຼງ​ສວນ ທີ່​ເປັນ​ເມືອງ​ທຸກ​ຍາກ​ຢູ່​ເຂດ​ພູ​ດອຍ ເພື່ອ​ຊ່ວຍ​ເມືອງ​ນີ້​ເປີດ​ໂຄງ​ການ​ກໍ່​ສ້າງ​ຫໍ​ພິ​ພິ​ທະ​ພັນ​ເຄື່ອງປັ້ນດິນເຜົາ​ເຄືອບຂຽວ.
ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຕອນ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ, ທ່ານ ​ສີ​ຈິ້ນ​ຜິງ ​ຍັງ​ໄດ້​ສະ​ໜັບ​ສະ​ໜູນ​ນະ​ຄອນ​ສວນ​ໂຈ່ວ ແຂວງ​ຟູ​ຈ້ຽນ ​ສ້າງ​ຕັ້ງ​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັ​ດສາດດ້ານ​ການ​ຄົມ​ມະ​ນາ​ຄົມທາງ​ທະ​ເລ, ເພິ່ນ​ຍັງເປັນ​ຜູ້​ຕົກ​ລົງ​​ສະ​ຫງວນ​ຫໍ​ວາງ​ສະ​ແດງ​ແຂວງ ​ເຈີ້​ຈ່ຽງ​ ທີ່​ແຕ່​ເດີມ​ຖືກ​ຈັດ​ຢູ່​ໃນ​ບັນ​ຊີ​ສິ່ງ​ກໍ່​ສ້າງ​ທີ່​ຕ້ອງ​ທັບມ້າງ​ຖິ້ມ​ຕາມ​ແຜນ​ງານ ແລະ​ອື່ນໆ.
ພາຍ​ຫຼັງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ແລ້ວ, ທ່ານ ​ສີ​ຈິ້ນ​ຜິງ ​ຍັງ​ຄົງ​ໃຫ້​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ສູງ ​ຕໍ່​ວຽກ​ງານ​ການ​ວານ​ແຜນ ​ແລະ​ ກໍ່​ສ້າງ​ຫໍ​ພິ​ພິ​ທະ​ພັນ​ຄື​ເກົ່າ.
ໃນເກືອບ 10 ປີ​ຜ່ານ​ມາ​ນີ້, ຈຳ​ນວນ​ຫໍ​ພິ​ພິ​ທະ​ພັນ​ຂອງ​ຈີນ​ໄດ້ຂະ​ຫຍາຍ​ຕົວ​ດ້ວຍ​ຈັງ​ຫວະ​​ເພີ່ມ​ຂຶ້ນ 200 ກວ່າ​ແຫ່ງ​ຕໍ່​ປີ. ນັບ​ມາ​ຮອດ​ທ້າຍ​ປີ 2024, ທົ່ວ​ປະ​ເທດ​ຈີນ​ມີ​ຫໍ​ພິ​ພິ​ທະ​ພັນ​ທີ່​ຈົດ​ທະ​ບຽນ​ລວມ​ທັງ​ໝົດ 7.046 ແຫ່ງ ເຊິ່ງ​ປົກ​ຄຸມ 300 ກວ່າ​ນະ​ຄອນ​ໃນ​ທົ່ວ​ປະ​ເທດ, ສະ​ເລ່ຍ​ແລ້ວ, ແຕ່​ລະ 206.300 ຄົນ ​ຈະ​ມີ​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ໜຶ່ງ.
ເດືອນ​ມິ​ຖຸ​ນາ 2021, ທ່ານ ​ສີ​ຈິ້ນ​ຜິງ​ ພ້ອມ​ດ້ວຍ​ບັນ​ດາ​ສະ​ຫາຍ​ຜູ້​ນຳ​ພັກ ​ແລະ ​ລັດ​ໄດ້​ເດີນ​ທາງ​ໄປ​ຫໍ​ວາງ​ສະ​ແດງ​ປະ​ຫວັດ​ສາດ​ພັກ​ຄອມ​ມູ​ນິດ​ຈີນ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​​ ໂດຍ​ໄດ້​ຢ້ຽມ​ຊົມ​ການ​ວາງ​ສະ​ແດງ​ປະ​ຫວັດ​ສາດ​ພັກ​ຄອ​ມ​ມູ​ນິດ​ຈີນ​ພາຍ​ໃຕ້​ຫົວ​ຂໍ້ “ບໍ່​ລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ ຈົດ​ຈຳ​ພາ​ລະ​ກຳ​ຢ່າງ​ໜັກ​ແໜ້ນ” ເພື່ອ​ສຳ​ນຶກ​ຮູ້​ເສັ້ນ​ທາງ​ການ​ສູ້​ຊົນ​ຮ້ອຍ​ປີ​ຂອງ​ພັກ.
ຫໍ​ວາງ​ສະ​ແດງ​ແຫ່ງ​ນີ້ກວມ​ເນື້ອ​ທີ່​ກໍ່​ສ້າງ​ທັງ​ໝົດ 147.000ຕາ​ແມັດ ແມ່ນ​ທ່ານ​ ສີ​ຈິ້ນ​ຜິງ​ເປັນ​ຜູ້​ກຳ​ນົດ​ວາງ​ແຜນ​ ແລະ​ ອະ​ນຸ​ມັດ​ກໍ່​ສ້າງ​ດ້ວຍ​ຕົນ​ເອງ ແລະ ງານ​ວາງ​ສະ​ແດງ​ປະ​ຫວັດ​ສາດ​ພັກ​ຄອມ​ມູ​ນິດ​ຈີນ​ຄັ້ງ​ນັ້ນ ​ກໍ​ແມ່ນ​ຈັດ​ຂຶ້ນ​ພາຍ​ໃຕ້​ຄວາມ​ເອົາ​ໃຈ​ໃສ່​ຈາກ​ເພິ່ນ​ເຊັ່ນ​ດຽວ​ກັນ.
ໃນ​ເວ​ລາ​ຢ້ຽມ​ຊົມ​ການ​ວາງ​ສະ​ແດງ, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ເນັ້ນ​ໜັກ​ວ່າ ຕ້ອງ​ຮຽນ​ຮູ້ ​ແລະ​ສະຫຼຸບ​ຖອດ​ຖອນ​ປະ​ຫວັດ​ສາດ​ຂອງ​ພັກ​ໃດ້​ດີ, ສືບ​ທອດ ​ແລະ ​ເສີມ​ຂະ​ຫຍາຍ​ບົດ​ຮຽນ​ອັນ​ປະ​ເສີດ​ຂອງ​ພັກ​ໃຫ້​ດີ, ຈົດ​ຈຳ​ຂະ​ບວນ​ການ​ບຸກ​ບືນ​ສູ້​ຊົນ, ແບກ​ຫາບ​ພາ​ລະ​ກຳ​ທາງ​ປະ​ຫວັດ​ສາດ ແລະ ​ຮັບ​ເອົາ​ພະ​ລັງ​ແຮງ​ຈາກ​ປະ​ຫວັດ​ການ​ສູ້​ຊົນ​ຂອງ​ພັກ​ເພື​່ອ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ.
ຫໍ​ພິ​ພິ​ທະ​ພັນ​ບູ​ຮານ​ຄະ​ດີ​ຈີນຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ຈີນ ​ເປັນ​ຫໍ​ພິ​ພິ​ທະ​ພັນທີ່​ຕັ້ງ​ຊື່​ດ້ວຍ​ບູ​ຮານ​ຄະ​ດີ​ແຫ່ງ​ທຳ​ອິດ​ຂອງ​ຈີນ. ເດືອນ​ມິ​ຖຸ​ນາ2023, ທ່ານ ​ສີ​ຈິ້ນ​ຜິງ​ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ນີ້​ ເພື່ອ​ຮັບ​ຮູ້​ຜົນ​ງານ​ຫຼ້າ​ສຸ​ດດ້ານ​ການ​ຂຸດ​ຄົ້ນ​ບູ​ຮານ​ຄະ​ດີ​ ແລະ​ ສະ​ພາບ​ການ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ.
​ ຕາມທ່ານ ​ສີ​ຈິ້ນ​ຜິງ​​ ເຫັນ​ວ່າ: “ປະ​ຊ​າ​ຊາດ​ຈີນ ແລະ​ ອະ​ລິ​ຍະ​ທຳ​ຈີນ​ ມີ​ປະ​ຫວັດ​ອັນ​ຍາວ​ນານ ວັດ​ທະ​ນະ​ທຳ​ຈີນ​ມີ​ຄວາມ​ເລິກ​ເຊິ່ງ ​ແລະ​ ກວ້າງ​ຂວາງ, ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ໜຶ່ງ​ກໍ​ເປັນ​ໂຮງ​ຮຽນ​ໃຫຍ່​ແຫ່ງ​ໜຶ່ງ.”
ຫຼາຍ​ປີ​ມາ​ນີ້, ໃນ​ໄລ​ຍະ​ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ທ້ອ​ງ​ຖິ່ນ​ຕ່າງໆ, ທ່ານ ​ສີ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ທ້ອງ​ຖິ່ນ​ເຫຼົ່າ​ນີ້, ເພິ່ນ​ໄດ້​ກ່າວ​ເນັ້ນ​ໜັກ​ຫຼາຍ​ເທື່ອ​ວ່າ “ເຮັດ​ໃຫ້​ວັດ​ຖຸ​ບູ​ຮານ​ທີ່​ສະ​ສົມ​ໄວ້​ໃນ​ຫໍ​ພິ​ພິ​ທະ​ພັນ, ມໍ​ລະ​ດົກ​ທີ່​ຢັ່ງ​ຢາຍ​ຢູ່​ຕາມ​ຜືນ​ແຜ່ນ​ດິນ​ອັນ​ກວ້າງ​ໃຫຍ່​ໄພ​ສານ ກໍ​ຄືຕົວ​ໜັງ​ສື​ຢູ່​ໃນ​ປຶ້ມ​ຕຳ​ລາ​ບູ​ຮານ​ຕ່າງ​ມີ​ຊີ​ວິດ​ຊີ​ວາ​ຂຶ້ນ.” ເພິ່ນ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: “ຕ້ອງ​ຊຸກ​ຍູ້​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ ​ມີ​ການ​ຫັນ​ປ່ຽນ ​ແລະ ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ປະ​ດິດ​ສ້າງ, ​ກະ​ຕຸ້ນ​ພະ​ລັງ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ​ດ້ວຍ​ຈິດ​ໃຈ​ຍຸກ​ສະ​ໄໝ.”
10 ກວ່າ​ປີ​ຜ່ານ​ມາ​ນີ້, ຫໍ​ພິ​ພິ​ທະ​ພັນ​ປະ​ເພດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຈີນ​ ໄດ້​ສຸມ​​ໃສ່ເອ​ກະ​ລັກ​ພິ​ເສດ ​ ພ້ອມ​ທັງພັດ​ທະ​ນາຢ່າງ​​ປະ​ດິດ​ສ້າງ ໂດຍ​ສາ​ມາດ​ສ້າງ​ຊື່​ສຽງ​ໂດ່ງ​ດັງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຈົນ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຢ່າງໂດດ​ເດັ່ນ​ທີ່​ນັກ​ທ່ອງ​ທ່ຽວ​ນິ​ຍົມ​ໄປ​ຢ້ຽມ​ຊົມ. ຕາມ​ສະ​ຖິ​ຕິ, ປີ 2024 ຜ່ານ​ມາ, ຫໍ​ພິ​ພິ​ທະ​ພັນ​​ແຫ່ງ​ຕ່າງໆໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ຕ້ອ​ນ​ຮັບ​ຜູ້​ເຂົ້າ​ຊົມ​ຈຳ​ນວນ 1ຕື້ 490 ​ລ້ານ​ເທື່ອ​ຄົນ. ໃນ​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ ວັນ​ທີ 1 ພຶດ​ສະ​ພາ ​2025, ຫໍ​ພິ​ພິ​ທະ​ພັນ​ໃນ​ທົ່ວ​ປະ​ເທດ​ຈີນ ​ໄດ້​ຕ້ອນ​ຮັບ​ຜູ້​ເຂົ້າ​ຊົມ​ຫຼາຍກວ່າ 60.491.900 ເທື່ອ​ຄົນ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ.