ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວແຂວງຄຳມ່ວນ ສາມາດເກັບກ່ຽວເຂົ້ານາແຊງໄດ້ແລ້ວ 6.191 ເຮັກຕາ ເທົ່າກັບ 52,18% ຂອງເນື້ອທີ່ເກັບກ່ຽວຕົວຈິງໃນທົ່ວແຂວງ ໃນນັ້ນ, ເຂົ້າທີ່ເປັນສະບຽງອາຫານ ເກັບກ່ຽວກັບແລ້ວ 2.030 ເຮັກຕາ ເທົ່າກັບ 52.32%; ເຂົ້າທີ່ເປັນສິນຄ້າເກັບກ່ຽວໄດ້ 4.161 ເຮັກຕາ ເທົ່າກັບ 52.11%, ເຊິ່ງໃນການເກັບກ່ຽວເຂົ້າສ່ວນຫລາຍແມ່ນນໍາໃຊ້ກົນຈັກເຂົ້າໃນການເກັບກ່ຽວ ເຮັດໃຫ້ສະດວກສະບາຍ ປະຢັດເວລາ, ງົບປະມານ ແລະ ແຮງງານໄດ້ດີສົມຄວນ ແລະ ຄາດວ່າການເກັບກ່ຽວເຂົ້ານາແຊງຈະໃຫ້ສໍາເລັດ 100% ໃນທ້າຍເດືອນພຶດສະພາ 2025 ນີ້.
ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາແຊງ ສົກປີ 2024-2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂົ້າ 14.186 ເຮັກຕາ, ຄາດຄະເນຜົນຜະລິດ 78.896 ໂຕນ ໃນນີ້, ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 4.696 ເຮັກຕາ, ຄາດຄະເນຜົນຜະລິດ 25.840 ໂຕນ; ແຜນການປູກເຂົ້າເພື່ອເປັນສິນຄ້າ 9.490 ເຮັກຕາ, ຄາດຄະເນຜົນຜະລິດໄດ້ 53.056 ໂຕນ. ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ພຽງ 11.865 ເຮັກຕາ (ຫລຸດແຜນການປີທີ່ວາງໄວ້ 2.321 ເຮັກຕາ) ຫລື ເທົ່າກັບ 84% ຂອງເນື້ອທີ່ແຜນການທັງໝົດ ໃນນັ້ນ, ນາຫວ່ານປະຕິບັດໄດ້ 5.570 ເຮັກຕາ, ນາດໍາປະຕິບັດໄດ້ 6.295 ເຮັກຕາ, ເນື້ອທີ່ປູກເຂົ້າເພື່ອເປັນສະບຽງອາຫານປະຕິບັດໄດ້ 3.880 ເຮັກຕາ (ຫລຸດແຜນການທີ່ວາງໄວ້ 816 ເຮັກຕາ) ເທົ່າກັບ 82,62% ຂອງເນື້ອທີ່ແຜນການ ແລະ ເນື້ອທີ່ປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ 7.985 ເຮັກຕາ (ຫລຸດແຜນການທີ່ວາງໄວ້ 1.505 ຮັກຕາ) ເທົ່າກັບ 84,14% ຂອງເນື້ອທີ່ແຜນການ.
ສຳລັບສາຍເຫດທີ່ພາໃຫ້ເນື້ອທີ່ການປູກເຂົ້ານາແຊງປີນີ້ ບໍ່ໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກລະບົບນໍ້າບໍ່ທົ່ວເຖິງ ເຊິ່ງເກີດມາຈາກການເປ່ເພຂອງລະບົບຫົວງານຊົນລະປະທານ ຈຶ່ງເຮັດໃຫ້ເນື້ອທີ່ການປູກເຂົ້າຫລຸດລົງ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ



