ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ກະສິກອນ ໃນທົ່ວເມືອງເມິງ ແຂວງບໍ່ແກ້ວ ໄດ້ເລີ່ມປັກດໍາເຂົ້ານາປີ ມາແຕ່ທ້າຍເດືອນ ພຶດສະພາ 2025, ປັດຈຸບັນ ສາມາດປັກດໍາເຂົ້ານາປີສໍາເລັດແລ້ວ 65% ຂອງເນື້ອທີ່ນາທັງໝົດ 1.248 ກວ່າເຮັກຕາ, ເຊິ່ງໃນປີນີ້ ມີ 29 ຄອບຄົວ ໃນ 7 ບ້ານ ໄດ້ຫັນມາເຮັດນາຢອດເມັດ ມີເນື້ອທີ່ທັງໝົດ 14,5 ເຮັກຕາ ແລະ ເຂົ້າໄຮ່ເນີນສູງ 700,35 ເຮັກຕາ. ຄາດວ່າການປັກດໍາເຂົ້ານາປີຂອງກະສິກອນ ຈະໃຫ້ສຳເລັດ ໃນທ້າຍເດືອນ ກໍລະກົດ 2025.
ອີງຕາມການລາຍງານ ຂອງຫ້ອງການກະກະສິກໍາ ແລະ ປ່າໄມ້ ເມືອງເມິງ ແຂວງບໍ່ແກ້ວ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ນອກຈາກການປັກດໍາເຂົ້ານາປີແລ້ວ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຍັງໄດ້ລົງຊຸກຍູ້ປະຊາຊົນບັນດາເຜົ່າພາຍໃນ ເມືອງເມິງ ປູກພືດເປັນສິນຄ້າ ແລະ ພືດສະບຽງອາຫານ ໃນລະຝົນ ໃນເນື້ອທີ່ທັງໝົດ 239 ກວ່າເຮັກຕາ ເປັນຕົ້ນ ໝາກເຜັດ, ຖົ່ວດິນ, ສາລີແຂງ, ສາລີຫວານ, ຖົ່ວຍາວ, ໝາກແຕງ, ໝາກເຂືອ, ໝາກນັດ, ຂີງ, ເຜືອກ-ມັນ, ໝາກງາ, ໝາກເດືອຍ, ມັນຕົ້ນ ແລະ ພືດຜັກອື່ນໆຕື່ມອີກ ເພື່ອເປັນສິນຄ້າສົ່ງອອກຂອງເມືອງ ໃຫ້ນັບມື້ນັບເພີ່ມຂຶ້ນເລື້ອຍໆ.

ຂ່າວ: ອຸ່ນຄໍາ ຂັນວາລິດ


