ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ການເກັບກ່ຽວເຂົ້ານາແຊງ ຂອງກະສິກອນພາຍໃນເມືອງໄຊເສດຖາ ແຂວງອັດຕະປື ໄດ້ເລີ່ມແຕ່ຕົ້ນເດືອນເມສາເປັນຕົ້ນມາ ສະເລ່ຍໄດ້ 56%, ເຊິ່ງການຜະລິດເຂົ້ານາແຊງປີນີ້ ປູກໃນໂຄງການມີເນື້ອທີ່ 340 ເຮັກຕາ ປະຕິບັດໄດ້ 227,91 ເຮັກຕາ ເທົ່າກັບ 67% ທຽບໃສ່ແຜນການ ມີ 317 ຄອບຄົວ, ມີ 4 ເຂດການຜະລິດຄື: ເຂດໂຄງການສີເຊົາ ເນື້ອທີ 41,68 ເຮັກຕາ ເກັບກ່ຽວສຳເລັດ 30%, ເຂດໂຄງການໄຊສີ ເນື້ອທີ່ 66 ເຮັກຕາ ເກັບກ່ຽວສຳເລັດ 70%, ເຂດໂຄງການຊະແຄະ ເນື້ອທີ່ 32,25 ເຮັກຕາ ເກັບກ່ຽວສຳເລັດ 80% ແລະ ເຂດໂຄງການວັດທາດໃນເນື້ອທີ່ 80,49 ເຮັກຕາ ເຊິ່ງຍັງລໍຖ້າການເກັບກ່ຽວ. ສ່ວນສະມັດຕະພາບການຜະລິດ ບໍ່ທັນສາມາດສະເລ່ຍໄດ້. ສຳລັບປູກນອກໂຄງການມີເນື້ອທີ່ 17,5 ເຮັກຕາ, ມີ 23 ຄອບຄົວ.
ທ່ານ ວົງຂັນ ວົງປະເສີດ ຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊເສດຖາ ໄດ້ລາຍງານ ໃນວັນທີ 5 ພຶດສະພາ 2025 ວ່າ: ແຕ່ເຖິງຢ່າງໃດກໍຕາມ, ການຜະລິດເຂົ້ານາແຊງ ຢູ່ເມືອງໄຊເສດຖາປີນີ້ ຍັງພົບຄວາມຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນ ເນື້ອທີ່ມີຈໍານວນໜ້ອຍ ບໍ່ໄດ້ຕາມແຜນການ, ການສະໜອງນ້ຳບໍ່ພຽງພໍກັບຄວາມຕ້ອງການ ນ້ຳເຊກະໜານບົກແຫ້ງຂາດວັງ ພ້ອມນີ້, ຍັງມີການຕັນນ້ຳຂອງເຂື່ອນ ເພື່ອພະລິດພະລັງງານໄຟຟ້າ ແລະ ບວກກັບປັດໄຈອື່ນໆ, ການທຳການຜະລິດເຂົ້ານາແຊງປີນີ້ ທຽບໃສ່ປີຜ່ານມາເຫັນວ່າຊ້າພໍສົມຄວນ ມາຮອດປັດຈຸບັນ ກະສິກອນ ພວມຂຸ້ນຂ້ຽວເກັບກ່ຽວຜົນຜະລິດ ເພື່ອໃຫ້ທ່ວງທັນກັບສະພາບການ ເພື່ອຫລີກລ້ຽງຜົນເສຍຫາຍ ຈາກທຳມະຊາດ.
ຂ່າວ: ພຸດປະສົງ





