ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະ ກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນວັນທີ 01 ຕຸລາ 2024 ເວລາປະມານ 20 ໂມງ 00 ນາທີ ເຈົ້າ ໜ້າ ທີ່ປະຈໍາດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໄດ້ກັກຜູ້ຖືກຫາ 01 ຄົນຊື່: ທ້າວ ພຸດທະໄຊ ພັນທະອາສາ ອາຍຸ 22 ປີ, ສັນຊາດລາວ, ຄ້າຂາຍ ຢູ່ບ້ານໂພນສະຫັວນ ນະຄອນປາກເຊ ແຂວງຈໍາປາສັກ ໃນຂໍ້ກ່າວຫາ: ມີພືດໃຫ້ສານເສບຕິດໄວ້ໃນຄອບຄອງ ພ້ອມເຄື່ອງຂອງກາງໃບກະທ້ອມຈຳນວນ 03 ກະສອບ(ເທົ່າກັບ 96 ກິໂລກຼາມ), ນໍ້າຢາດາທີຊິນ (ຈໍານວນ 600 ແກ້ວນ້ອຍ) ຢາສູບໄຟຟ້າ ຈໍານວນ 01 ຫຼອດ, ໄອແພັດ 01 ໜ່ວຍ, ເງິນກີບ 1.200.000 ກີບ(ໜຶ່ງລ້ານສອງແສນກີບ)
ລົດກະບະຍີ່ຫໍ້ ເຊັບໂລເລັກ ສີຂາວ ປ້າຍທະບຽນ ກຂ 7325 (ຈໍາປາສັກ), ໂມງໃສ່ແຂນ ຈໍານວນ 01 ໜ່ວຍ.
ປະຈຸບັນ ຄະດີແມ່ນຢູ່ໃນຂັ້ນຕອນການດໍາເນີນ ສືບສວນ -ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຊອກຫາຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.
ທີ່ມາ: ຂ່າວ ປກສ ແຂວງຈໍາປາສັກ





