ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການກວດການນໍາເຂົ້າ ແລະ ການເສຍພາສີ ພາຫະນະ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ

Nov 27, 2024

ໃນໂອກາດລາຍງານຜົນການກວດກາຕາມມະຕິສະພາ ສະບັບເລກທີ 113/ສພຊ, ລົງວັນທີ 21 ພະຈິກ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ພະຈິກ 2024, ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ ໃຫ້ຮູ້ກ່ຽວກັບການກວດການນໍາເຂົ້າ ແລະ ການເສຍພາສີ ພາຫະນະ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ວ່າ: ໄລຍະຜ່ານມາ ການນໍາເຂົ້າພາຫະນະ ທີ່ບໍ່ຖືກຕ້ອງມີຫຼາຍຮູບແບບ ເຊັ່ນ: ນຳເຂົ້າມາຮັບໃຊ້ໂຄງການ, ນຳເຂົ້າມາທ່ອງທ່ຽວ (ບ53), ລັກລອບນຳເຂົ້າຕາມດ່ານສາກົນ ແລະ ດ່ານປະ ເພນີ. ປັດຈຸບັນ ຈຳນວນພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ມີການຊື້-ຂາຍທີ່ບໍ່ຖືກຕ້ອງຕາມກົດໝາຍ, ບັນດາຂະແໜງການທີ່ກ່ຽວຂ້ອງປະຕິບັດໜ້າທີ່ຄຸ້ມຄອງຂອງຕົນຕາມພາລະບົດບາດຂອງຕົນໃນການຈຳກັດການນຳເຂົ້າ ແລະ ການຈຳໜ່າຍລົດບໍ່ຖືກຕ້ອງຕາມລະບຽບກົດໝາຍແຕ່ກໍ່ຍັງບໍ່ທັນແຂງແຮງ ແລະ ສາມາດແກ້ໄຂບັນຫານີ້ໄດ້; ໃນນັ້ນ ເຈົ້າໜ້າທີ່ ແລະ ຂະແໜງການທີ່ກ່ຽວຂ້ອງ ຍັງບໍ່ທັນເດັດຂາດໃນການຄຸ້ມຄອງບັນດາບໍລິສັດຜູ້ນຳເຂົ້າ ແລະ ບໍລິສັດຜູ້ຈຳໜ່າຍ ລວມທັງຮ້ານຂາຍລົດມື ສອງຈຳນວນຫຼາຍ ເງື່ອນໄຂບໍ່ຄົບຕາມທີ່ໄດ້ກຳນົດໄວ້ ໃນດຳລັດ ສະບັບເລກທີ 470/ລບ, ລົງວັນທີ 27 ທັນວາ ເຊັ່ນ: ບໍ່ມີໃບທະບຽນວິສາຫະກິດ, ທຶນຈົດທະບຽນບໍ່ເຖິງ 50 ຕື້ກີບ, ບໍ່ມີໃບອະນຸຍາດດຳເນີນທຸລະກິດ ແລະ ອື່ນໆ.
ການປະເມີນ, ຕີລາຄາສະພາບລົດ ເຈົ້້າໜ້າທີ່ ແລະ ຂະແໜງການທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ປະຕິບັດມາດຕະ ການທີ່ເຂັ້ມງວດເດັດຂາດຕາມກົດໝາຍ ແລະ ຕາມຄວາມເປັນຈິງ ເຮັດໃຫ້ອັດຕາການເສຍພາສີຫຼຸດລົງສະແດງອອກ: ການເສຍພາສີພາຫະນະ ຈໍານວນ 07 ຄັນ ຢູ່ແຂວງຄຳມ່ວນ ມູນຄ່າການເສຍພາສີ ຈຳນວນ 0.3 ຕື້ກີບ, ແຕ່ໄດ້ກວດກາຄືນເຫັນວ່າ ຄະນະຮັບຜິດຊອບແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງໄດ້ປະເມີນສະພາບເຕັກນິກລົດ, ຄວາມແຮງລົດ ແລະ ປີຜະລິດລົດ ບໍ່ຖືກກັບຕົວຈິງ, ລົດຜະລິດປີ 2021 ແຕ່ໄປໄລ່ລຽງເສຍພາສີເປັນລົດຜະລິດປີ 2015 ເຮັດໃຫ້ມູນຄ່າການເສຍພາສີຫຼຸດລົງ; ເພື່ອປະເມີນຄືນສະພາບເຕັກນິກ, ປີຜະລິດ ແລະ ແຮງຈັກລົດຕົວຈິງເພື່ອໄລ່ລຽງພາສີຄືນໃໝ່ ຈຶ່ງເຫັນວ່າມີມູນຄ່າທີ່ຈະຕ້ອງເສຍພາສີໃຫ້ລັດຕື່ມອີກ 3.4 ຕື້ກີບ. ອັນນີີ້ ສະແດງໃຫ້ເຫັນວ່າ ຄະນະຮັບຜິດຊອບແກ້ໄຂລົດນຳເຂົ້້າບໍ່ຖືກຕ້ອງຂາດຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ ເຮັດໃຫ້ລັດເສຍຜົນປະໂຫຍດ.
ບັນຫາທີ່ພົ້ນເດັ່ນໃນການຄຸ້ມຄອງ ແລະ ການນຳໃຊ້ພາຫະນະຢູ່ເຂດເສດຖະກິດພິເສດສາມລ່ຽມຄຳ ເຫັນວ່າບໍ່ໄດ້ປະຕິບັດຕາມລະບຽບການ ແລະ ກົດໝາຍຂອງ ສປປ ລາວ, ຜູ້ພັດທະນາເຂດ (ກຸ່ມບໍລິສັດດອກງິ້ວຄຳ) ເປັນຜູ້ຄຸ້ມຄອງ, ອອກໃບອະນຸຍາດນໍາໃຊ້ພາຍໃນເຂດ, ເກັບຄ່າບໍລິການ ແລະ ອື່ນໆ.
ທ່ານ ຄໍາພັນ ພົມມະທັດ ໃຫ້ຮູ້ຕື່ມວ່າ: ຜ່ານການກວດກາຍັງເຫັນວ່າ: ການອອກນະໂຍບາຍ ແລະ ນິຕິກຳຈຳ ນວນໜຶ່ງຂອງພາກ-ລັດ ທີ່ບໍ່ທັນຮັດກຸມ, ເປີດຊ່ອງວ່າງເຊ່ັ່ນ: ຄຳ ສັ່ງເລກທີ 20/ນຍ ທີ່ອະນຸຍາດໃຫ້ບັນດາບໍລິສັດ, ຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ນຳລົດທີ່ນຳເຂົ້າບໍ່ຖືກຕ້ອງມາເສຍພາສີ-ອາກອນ, ເປັນການເປີດຊ່ອງວ່າງໃຫ້ຜູ້ປະກອບການລັກລອບນຳລົດເຂົ້າມາເພື່ອມາເສຍພາສີ-ອາກອນໃຫ້ຖືກຕ້ອງ ແລະ ຂຶ້ນປ້າຍທະບຽນ ເຊັ່ນ: ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ແກ້ໄຂເສຍພາສີລົດນຳເຂົ້າບໍ່ຖືກຕ້ອງ ຢູ່ແຂວງຄຳມ່ວນ ຈຳນວນ 907 ຄັນ ໃນໄລຍະ 2 ເດືອນກວ່າແຕ່ (ວັນທີ 01 ພຶດສະພາ ຫາ ວັນທີ 15 ກໍລະກົດ 2024). ນອກຈາກນີ້ ການອອກຄຳແນະນຳ ສະບັບເລກທີ 21558/ຍທຂ, ລົງວັນທີ 27 ຕຸລາ 2021 ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບການກວດກາຢັ້ງຢືນ ສະພາບເຕັກນິກ ແລະ ຂໍ້ມູນຂອງຍານພາຫະນະຂົນສົ່ງທາງບົກທີ່ນຳເຂົ້າ ແລະ ນຳໃຊ້ແບບບໍ່ຖືກຕ້ອງ ເພື່ອເສຍພາສີ-ອາກອນ ໂດຍໃຫ້ນຳເອົາລົດທີ່ນຳເຂົ້າບໍ່ຖືກຕ້ອງມາສັບເລກຈັກ, ເລກຖັງຄືນໃໝ່ ເພື່ອເສຍພາສີ ແລະ ຂຶ້ນທະບຽນລົດ ເຮັດໃຫ້ເປັນຊ່ອງວ່າງນຳລົດບໍ່ຖືກຕ້ອງເຂົ້າມາ ນັບມື້ນັບເພີ່ມຂຶ້ນ.
See Translation
May be an image of 1 person and text