
ງານມະຫະກໍາກິລາເອຊຽນເກມ ລະດູໜາວ ຄັ້ງທີ 9 (9th Asian Winter Games) ຈັດຂຶ້ນທີ່ນະຄອນຮາບີນ, ແຂວງເຮີ່ຍລົງຈ່ຽງ ທາງພາກຕາເວັນອອກສ່ຽງເໜືອຂອງ ສປ ຈີນ ໃນລະຫວ່າງວັນທີ 7-14 ກຸມພາ 2025 ເຊິ່ງເປັນງານກິລາລະດູໜາວລະດັບສາກົນໃຫຍ່ທີ່ສຸດ ນັບແຕ່ຈີນເຄີຍເປັນເຈົ້າພາບຈັດງານມະຫະກໍາກິລາໂອແລັມປິກລະດູໜາວປັກກິ່ງ ໃນປີ 2022.
ໂດຍລວມແລ້ວສະພາໂອແລັມປິກອາຊີ (OCA) ມີຄວາມປະທັບໃຈເປັນຢ່າງຍິ່ງກັບການກະກຽມຄວາມພ້ອມໃນການຈັດງານຂອງ ສປ ຈີນ ໃນຄັ້ງນີ້, ເຊັ່ນດຽວກັບຜູ້ທີ່ມາທ່ຽວຊົມ, ລວມເຖິງຄະນະນໍາ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນກິລາຄັ້ງນີ້ ຕ່າງຍ້ອງຍໍຊົມເຊີຍຕໍ່ການກະກຽມສະຖານທີ່ ແລະ ພື້ນຖານໂຄງລ່າງ ເຊັ່ນ: ລົດໄຟຄວາມໄວສູງຈາກນະຄອນຮາບີນໄປຫາສະຖານທີ່ຈັດການແຂ່ງຂັນກິລານໍ້າກ້ອນ ແລະ ຫິມະໃນງານຄັ້ງນີ້.
ເນື່ອງຈາກນະຄອນຮາບີນໄດ້ຮັບເລືອກໃຫ້ເປັນເຈົ້າພາບຈັດງານມະຫະກໍາກິລາເອຊຽນເກມ ລະດູໜາວ ຄັ້ງທີ 9 ໃນວັນທີ 8 ກໍລະກົດ 2023 ເຮັດໃຫ້ເຂົາເຈົ້າມີເວລາພຽງແຕ່ 18 ເດືອນໃນການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການຈັດງານຄັ້ງນີ້ ເຊິ່ງເປັນໄລຍະເວລາສັ້ນຫຼາຍ ເພາະການແຂ່ງຂັນກິລາລະດັບສາກົນທີ່ສໍາຄັນແບບນີ້ ຕາມປົກກະຕິແລ້ວຕ້ອງມີເວລາໃນການກະກຽມໃຫ້ແກ່ການຈັດງານເປັນເວລາຫຼາຍປີ.
ເຖີງຢ່າງໃດກໍຕາມ, OCA ສະແດງຄວາມໝັ້ນໃຈຢ່າງເຕັມທີ່ວ່າ ນະຄອນຮາບບີນຂອງຈີນຕ້ອງກະກຽມງານຄັ້ງນີ້ທັນເວລາທີ່ກໍານົດໄວ້ຢ່າງແນ່ນອນ ດ້ວຍເຫດຜົນ ຄື: ເຫດຜົນທໍາອິດ: ຈີນ ໄດ້ພິສູດໃຫ້ປະເທດປະເທດທີ່ເຂົ້າຮ່ວມແຂ່ງຂັນໃນລະດັບໂອແລັມປິກຮັບຮູ້ຄວາມສາມາດ ແລະ ຄຸນຄ່າຂອງຕົນມາແລ້ວ ຍ້ອນການຮ່ວມມືທີ່ດີທີ່ສຸດລະ ຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງຂອງຈີນ ເຊັ່ນ: ຄະນະກໍາມະການໂອແລັມປິກຈີນ, ຄະນະກໍາມະການຈັດງານທ້ອງຖິ່ນ, ອົງການປົກຄອງແຂວງແຂວງເຮີ່ຍລົງຈ່ຽງ ແລະ ອົງການປົກຄອງນະຄອນຮາບີນ.
ການຮ່ວມມືທີ່ດີຂອງຄະນະຮັບຜິດຊອບແຕ່ລະວຽກງານຄືກະແຈສໍາຄັນທີ່ຈະນໍາໄປສູ່ຜົນສໍາເລັດທັງຢູ່ໃນ ແລະ ນອກສະໜາມແຂ່ງຂັນ. ການຮ່ວມມືດັ່ງກ່າວເປັນສິ່ງສໍາຄັນໃນການເຮັດໃຫ້ຂະບວນການເຄື່ອນໄຫວວຽກງານໃນລະດັບໂອແລັມປິກ, ລະດັບສາກົນ ແລະ ລະດັບທະວີບຂອງຈີນປະສົບຜົນສໍາເລັດ.
ເຫດຜົນທີ 2: ຈີນ ໄດ້ສະແດງຄວາມສາມາດຂອງຕົນໃນການເປັນເຈົ້າພາບຈັດການແຂ່ງຂັນກິລາໂອແລັມປິກລະດູໜາວ ທີ່ປັກກິ່ງ ໃນປີ 2022 ແລະ ກ່ອນໜ້ານັ້ນ ນະຄອນຮາບີນ ໄດ້ເປັນເຈົ້າພາບຈັດງານມະຫະກໍາກິລາເອຊຽນເກມ ລະດູໜາວ ຄັ້ງທີ 3 ໃນປີ 1996 ແລະ ເມືອງສາງຊຸນ ກໍເຄີຍເປັນເຈົ້າພາບຈັດງານມະຫະກໍາກິລາເອຊຽນເກມ ລະດູໜາວ ຄັ້ງທີ 6 ໃນປີ 2007.
ງານມະຫະກໍາກິລາເອຊຽນເກມ ລະດູໜາວ ທີ່ຈັດຂຶ້ນຢູ່ນະຄອນຮາບີນໃນຄັ້ງນີ້ ແມ່ນຈັດຂຶ້ນໃຫຍ່ກວ່າທີ່ນະຄອນຮາບີນເຄີຍເປັນເຈົ້າພາບຈັດຂຶ້ນໃນຄັ້ງກ່ອນ ເຮັດໃຫ້ມີຄວາມໝັ້ນໃຈທີ່ສຸດວ່າ ຈີນ ຈະສາມາດຈັດງານກິລາຄັ້ງນີ້ດ້ວຍຜົນສໍາເລັດຕາມທີ່ OCA ວາງຄາດໝາຍເອົາໄວ້.
ເຫດຜົນທີ 3: ກິລາລະດູໜາວໄດ້ຮັບຄວາມນິຍົມນັບມື້ເພີ່ມຂຶ້ນໃນປະເທດຈີນ ເຊິ່ງແນ່ນອນວ່າຜູ້ທີ່ມາຊົມມາເຊຍການແຂ່ງຂັນກິລາໃນຄັ້ງນີ້ ສາມາດສໍາຜັດໄດ້ເຖີງຄວາມມີສະເໜ່ຂອງກິລາລະດູໜາວ ແລະ ເມື່ອພາບນີ້ໄດ້ເຜີຍແຜ່ອອກໄປຈະຊ່ວຍຊຸກຍູ້ຄວາມກະຕືລືລົ້ນໃຫ້ແກ່ຄົນຮຸ່ນໃໝ່ຫັນມາໃຫ້ຄວາມສົນໃຈໃນກິລາລະດູໜາວນັບມື້ເພີ່ມຂຶ້ນແບບບໍ່ມີຂໍ້ສົງໃສໃດໆ.
ນະຄອນຮາບີນ ຍັງສ້າງຄວາມປະທັບໃຈໃຫ້ແກ່ເຈົ້າໜ້າທີ່ OCA ໃນການກະກຽມສິ່ງອໍານວຍຄວາມສະດວກຄົບຊຸດພາຍໃນສະໜາມແຂ່ງຂັນກິລາທັງ 5 ແຫ່ງ ທີ່ພ້ອມສໍາລັບເວລາຄໍາ ຫລື ຄວາມຮູ້ສຶກດີໆ ຂອງການແຂ່ງຂັນກິລາລະດູໜາວ.
OCA ສົ່ງເສີມຄວາມຍືນຍົງ ແລະ ການເປັນມໍລະດົກ. ສະໜາມກິລາທັງ 5 ແຫ່ງຢູ່ນະຄອນຮາບີນ, ໃນນັ້ນ ໜຶ່ງແຫ່ງສໍາລັບແຂ່ງຂັນສະກີໄວ (speed skating), ສະກີຄວາມໄວສັ້ນ (short track speed skating), ສະກີລີລາ (figure skating) ແລະ ຍູ້ໝາກນໍ້າກ້ອນ (Curling), ແລະ ອີກສອງສະໜາມສໍາລັບ ຮ໊ອກກີນໍ້າກ້ອນ (ice hockey) ຖືເປັນຕົວຢ່າງທີ່ສົມບູນແບບໃນດ້ານສະໜາມແຂ່ງຂັນ ເນື່ອງຈາກການປັບປຸງໃໝ່ຄືກະແຈສໍາຄັນຂອງຜົນສໍາເລັດໃນການກະກຽມງານຄັ້ງນີ້. ວິທີນີ້ຍັງຊ່ວຍໃຫ້ມີເວລາພຽງພໍສໍາລັບການທົດສອບກິດຈະກໍາ ໂດຍບໍ່ຕ້ອງເສຍເວລາດົນນານໃນການກໍານົດເວລາກໍ່ສ້າງ ຫລື ຄວາມຫລ້າຊ້າສໍາລັບການກໍ່ສ້າງສະຫນາມກິລາໃຫມ່.

(ສະໜາມແຂ່ງຂັນກິລາຮ໊ອກກີນໍ້າກ້ອນທີ່ນະຄອນຮາບີນ, ແຂວງເຮີ່ຍລົງຈ່ຽງ ທີ່ຢູ່ທາງພາກຕາເວັນອອກສ່ຽງເໜືອຂອງ ສປ ຈີນ, 27 ມັງກອນ 2025/Xinhua)
ເມື່ອການແຂ່ງຂັນກິລາທີ່ທຸກຄົນລໍຖ້າມາເປັນເວລາດົນໄດ້ເລີ່ມຕົ້ນຂຶ້ນ ຜູ້ຊົມຈາກທົ່ວໂລກໄດ້ສໍາຜັດເຖີງຄວາມປະທັບໃຈກັບສະຖານທີ່ທ່ອງທ່ຽວນໍ້າກ້ອນ ແລະ ຫິມະລະດັບໂລກຂອງນະຄອນຮາບີນ.
OCA ມີຄວາມຄວາມຊຶ້ງ ແລະ ປະທັບໃຈຢ່າງຍິ່ງທີ່ສວນສະໜຸກແຫ່ງນີ້ໄດ້ອຸທິດ ຫຼື ໃຊ້ເປັນສະຖານທີ່ຈັດການແຂ່ງຂັນກິລາເອຊຽນເກມລະດູໜາວ ແລະ ຈະເປັນສະຖານທີ່ບັນທຶກພາບຂອງຜູ້ໄດ້ຮັບໄຊຊະນະ ຫຼື ໄດ້ຫຼຽນລາງວັນໃນແຕ່ລະວັນຂອງການແຂ່ງຂັນ ເຊິ່ງເປັນຜົນດີສໍາລັບສອງຝ່າຍທີ່ຈະເປັນການສົ່ງເສີມການທ່ອງທ່ຽວຊົມນໍ້າກ້ອນ ແລະ ຫິມະ ແບບພິເສດທີ່ບໍ່ຄືໃຜ.
ຈຸດສໍາຄັນອີກຢ່າງໜຶ່ງ ແມ່ນການເດີນທາງດ້ວຍລົດໄຟຄວາມໄວສູງຈາກນະຄອນຮາບີນໄປ ຫາ Yabuli ເຮັດໃຫ້ນັກທ່ອງທ່ຽວ ກໍຄື ຄະນະນໍາ ແລະ ນັກກິລາທີ່ມາເຂົ້າຮ່ວມການແຂ່ງຂັນ ໄດ້ມີໂອກາດໄດ້ເຫັນການພັດທະນາຂອງຈີນໃນຍຸກໃໝ່ທີ່ນັບມື້ຈະເລີນຮຸ່ງເຮືອງເມື່ອລົດໄຟແລ່ນຜ່ານພື້ນທີ່ຕ່າງໆ ທີ່ປົກຄຸມໄປດ້ວຍຫິມະ, ທັງໄດ້ຮັບຮູ້ຄວາມທັນສະໄໝ ແລະ ຄວາມວ່ອງໄວຂອງຈີນໃນການພັດທະນາລົດໄຟຄວາມໄວສູງ.
ຄໍາຂັວນຂອງງານມະຫະກໍາກິລາເອຊຽນເກມ ລະດູໜາວ ຄັ້ງທີ 9 ແມ່ນ: “ລະດູໜາວແຫ່ງຄວາມຝັນ ສານຮັກທີ່ອາຊີ” (Dream of Winter, Love among Asia) ສະແດງເຖິງຄວາມສາມັກຄີ, ຄວາມເຄົາລົບ ແລະ ມິດຕະພາບລະຫວ່າງຄະນະນໍາ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນຈາກ 34 ປະເທດ ແລະ ເຂດແຄວ້ນທີ່ມາຈາກ 5 ເຂດຂອງ OCA.

ຈໍານວນປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມງານມະຫະກໍາກິລາເອຊຽນເກມລະດູໜາວ ຄັ້ງທີ 9 ໄດ້ທໍາລາຍສະຖິຕິທີ່ເຂົ້າຮ່ວມງານມະຫະກໍາກິລາເອຊຽນເກມລະດູໜາວ ຄັ້ງທີ 8 ທີ່ຈັດຂຶ້ນຢູ່ປະເທດຍີ່ປຸ່ນ ໃນປີ 2017 ເຊິ່ງມີທັງໝົດ 32 ປະເທດ ແລະ ເຂດແຄວ້ນ, ເຖິງວ່າ 2 ປະເທດໃນຈໍານວນ 32 ປະເທດ ແມ່ນເປັນປະເທດຮັບເຊີນເຂົ້າຮ່ວມ ຄື: ອົດສະຕາລີ ແລະ ນູແວນເຊລັງ ກໍຕາມ. ສ່ວນຈໍານວນນັກກິລາທີ່ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ມີ 1,275 ຄົນ ເພີ່ມຂຶ້ນ 128 ຄົນ ເມື່ອທຽບໃສ່ຈໍານວນນັກກິລາທີ່ເຂົ້າຮ່ວມການແຂ່ງຂັນຄັ້ງກ່ອນ (ຄັ້ງກອ່ນ 1,147 ຄົນ).
ໂດຍສະເພາະຫລາຍປະເທດໃນທະເລຊາຍ ໄດ້ເປັນຕົວແທນໃນກິລາຮ໊ອກກີນໍ້າກ້ອນ ເຊິ່ງຈະຊ່ວຍໃຫ້ກິລາປະເພດນີ້ສາມາດດຶງດູດນັກກິລາໃນອາຊີຕາເວັນອອກສຽງໃຕ້ກັບມາໂດດເດັ່ນອີກຄັ້ງ.
OCA ສະໜັບສະໜູນໃຫ້ຫລາຍປະເທດເຂົ້າຮ່ວມການແຂ່ງຂນກິລາເອຊຽນເກມລະດູໜາວທັງໃນລະດັບປະເທດຂອງຕົນ ແລະ ລະດັບສາກົນ.
ການເຂົ້າຮ່ວມແຂ່ງຂັນກິລາຄັ້ງນີ້ເຖິງ 34 ປະເທດ ຈາກທັງໝົດ 45 ປະເທດທີ່ເປັນສະມາຊິກຄະນະກຳມະການໂອແລມປິກສາກົນຂອງ OCA ຖືເປັນຄວາມສໍາເລັດທີ່ດີທີ່ສຸດ ໂດຍສະເພາະເມື່ອພິຈາລະນາຈາກງານມະຫະກໍາກິລາເອຊຽນເກມລະດູໜາວ ຄັ້ງທໍາອິດ ໃນປີ 1986 ທີ່ສາມາດດຶງດູດຄະນະນໍາ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນໄດ້ພຽງ 430 ຄົນຈາກ 7 ປະເທດສະມາຊິກຄະນະກໍາມະການໂອແລມປິກສາກົນ. ສິ່ງນີ້ສະແດງໃຫ້ເຫັນວ່າງານມະຫະກໍາກິລາເອຊຽນເກມລະດູໜາວໄດ້ຮັບການພັດທະນາຂຶ້ນໄປທັງທະວີບ.
OCA ຕິດຕາມການຈັດງານມະຫະກໍາກິລາເອຊຽນເກມລະດູໜາວ ຄັ້ງທີ 9 ໃນປີ 2025 ທີ່ນະຄອນຮາບີນຢ່າງຕໍ່ເນື່ອງ ຫລັງຈາກທີ່ນະຄອນແຫ່ງນີ້ເຄີຍເປັນເຈົ້າພາບຈັດງານງານມະຫະກໍາກິລາເອຊຽນເກມລະດູໜາວ ຄັ້ງທີ 3 ມາແລ້ວໃນປີ 1996.

