ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການກໍ່ສ້າງທາງປູຢາງ2 ຊັ້ນ ປາກທາ-ຜາອຸດົມ ຄືບໜ້າ 26.24%

Dec 20, 2024

ວັນທີ 18 ທັນວາ 2024 ນີ້, ທ່ານ ລີນຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ສະ ເພາະກິດ ໄດ້ລົງຊຸກຍູ້ ແລະ ປືກສາຫາລືກຳນົດທິດທາງວິທີການຈັດຕັ້ງປະຕິ ບັດໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ເມືອງປາກທາ ຫາ ເມືອງຜາອຸດົມ ແຂວງບໍ່ແກ້ວ.
ຜູ້ຕາງຫນ້າຄະນະຮັບຜິດຊອບໂຄງການ ລາຍງານວ່າ: ໂຄງ ການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ເມືອງປາກທາ ຫາ ເມືອງຜາອຸດົມ ມີຄວາມຍາວ 30 ກິໂລແມັດກວ່າ ໃນປີ 2019 ມີການດັດປັບທາງດ້ານເຕັກນິກຈາກຄວາມກວ້າງ 9 ແມັດ ເປັນ 8 ແມັດ ແລະ ຈາກ 8 ແມັດມາເປັນ 7 ແມັດ ເຮັດໃຫ້ມູນຄ່າກໍ່ສ້າງບ້ວງກະຊວງຮັບ ຜິດຊອບ 80% ຫລຸດລົງຈາກມູນຄ່າ 192,163,604,442 ກີບ ມາເປັນ 187,879,332,442 ກີບ (ຫລຸດລົງ 4.2 ຕື້ກີບ ) ແລະ ໃນໄລຍະເວລາດັ່ງກ່າວການກໍ່ສ້າງໄດ້ຢຸດຕິຊົ່ວຄາວ ເພື່ອປັບປຸງໂຄງສ້າງຕ່າງໆ ຈົນເຖິງປີ 2021 ໄດ້ປະຕິບັດສັນຍາໃໝ່ ດ້ານເຕັກນິກຄວາມກວ້າງ 8 ແມັດ ແລະ ນອກເທສະບານ 7 ແມັດ ໄດ້ເຊັນສັນຍານໍາບໍລິສັດ ຜູ້ຮັບເໝົາ ມູນຄ່າ 113.13 ຕື້ກີບ, ໃນໄລຍະການກໍ່ສ້າງ 24 ເດືອນ ແລະ ລັດວິສາຫະກິດວິສະວະກຳ ຄົມມະນາຄົມເປັນທີປືກສາ
ສ່ວນຄວາມຄືບໜ້າຂອງວຽກ ມາຮອດປັດຈຸບັນປະຕິບັດໄດ້ 26.24% ຕາມແຜນແມ່ນ 41.08% ຫລຸດແຜນການທີ່ວາງໄວ້ 14.83%.