ວັນທີ 20 ພຶດສະພາ 2024 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຄມແມ່ນໍ້າຂອງ ຢູ່ບ້ານດົງກາງ ເມືອງຫີນບູນ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 1 ເມສາ 2024, ມີຄວາມຍາວ 220 ແມັດ. ມາຮອດປະຈຸບັນແມ່ນມີຄວາມຄືບໜ້າແລ້ວ 95% ແລະ ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງໃນທ້າຍເດືອນພຶດສະພາ ລວມມູນຄ່າການກໍ່ສ້າງທັງໝົດ 13,1 ຕື້ກວ່າກີບ.
ທ່ານເຈົ້າແຂວງຄໍາມ່ວນ ໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ມີການກຳນົດເອົາຂອບເຂດ ແຄມແມ່ນໍ້າຂອງ ຈຸດບໍລິເວນໜ້າກັນເຈື່ອນ ເພື່ອກຳນົດເປັນເຂດດິນ ສາທາລະນະ ໂດຍອີງຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ ພ້ອມທັງປັບປຸງ, ປູກຕົ້ນໄມ້, ປູກຫຍ້າ ແລະ ອື່ນໆ ເພື່ອໃຫ້ມີຄວາມສະອາດ ແລະ ງາມຕາ ແລະ ໃຫ້ອົງການປົກຄອງບ້ານແນະນຳປະຊາຊົນ ໃຫ້ມີການປົກປັກຮັກສາ ເປັນຊັບສົມບັດອັນລວມຂອງບ້ານ ແລະ ມີການຈັດສັນໃຫ້ເປັນລະບຽບຮຽບຮ້ອຍ.





