ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າຂອງຢູ່ເມືອງໜອງບົກ ສໍາເລັດແລ້ວ 70%

Feb 12, 2025

ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າຂອງຢູ່ເມືອງໜອງບົກ ສໍາເລັດແລ້ວ 70%
ໃນໂອກາດເຄື່ອນໄຫວເຮັດວຽກ ຢູ່ແຂວງຄຳມ່ວນ, ວັນທີ 11 ກຸມພາ 2025 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມເບິ່ງໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນບ້ານດອນຂຽວ ເມືອງໜອງບົກ, ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ຄະນະເປັນຜູ້ນໍາພາ.
ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າຂອງ ເຂດບ້ານດອນຂຽວ ເມືອງໜອງບົກ ໄດ້ເລີ່ມກໍ່ສ້າງແຕ່ເດືອນ ພຶດສະພາ 2024 ໂດຍແມ່ນກຸ່ມບໍລິສັດ ດີເອັມ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ການກໍ່ສ້າງ ເປັນແບບລຽນຫີນ (RIP- RAP), ມີຄວາມຍາວ 1,560 ແມັດ, ມູນຄ່າສັນຍາ 63 ຕື້ກວ່າກີບ, ຄວາມຄືບໜ້າການກໍ່ສ້າງຮອດປະຈຸບັນປະຕິບັດໄດ້ 70% ແລະ ຄາດວ່າໂຄງການດັ່ງກ່າວຈະໃຫ້ສໍາເລັດໃນທ້າຍປີ 2025.
ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສືບຕໍ່ຢ້ຽມຢາມໂຮງສີເຂົ້າ ບຸນມີ ຄໍາມະນີວົງ ໂດຍໄດ້ຮັບຟັງລາຍງານຄວາມເປັນມາຂອງການດໍາເນີນກິດຈະການ, ດ້ານຄວາມສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນຜ່ານມາ ຈາກຜູ້ປະກອບການໂດຍສະເພາະແມ່ນດ້ານກໍາລັງການຜະລິດ, ດ້ານລາຄາເກັບຊື້ ແລະ ຈໍາໜ່າຍ, ຮອດປະຈຸບັັນໄດ້ຍົກລະດັບໂຮງສີ ຂື້ນໂດຍເພີ່ມກໍາລັງການຜະລິດໄດ້ 20-25 ໂຕນ/ມື້ ແລະ ເພີ່ມເຕົາອົບເປັນ 2 ເຄື່ອງ, ປະລິມານການອົບ 30 ໂຕນ/ຄັ້ງ, ໃນປີ 2024 ຜ່ານມາໂຮງສີເຂົ້າສາມາດເກັບຊື້ເຂົ້າເປືອກປະມານ 13,000 ໂຕນ, ໃນນັ້ນມີເຂົ້າເປືອກຈ້າວ 5,000 ໂຕນ, ເຂົ້າເປືອກໜຽວນາແຊງ 5,000 ໂຕນ ແລະ ເຂົ້າເປືອກໜຽວນາປີ 3,000 ໂຕນ. ດ້ານຕະຫຼາດຈໍາໜ່າຍສົ່ງຕະຫຼາດເຂົ້າສານພາຍໃນແຂວງ 30%, ຕ່າງແຂວງ 70%. ພ້ອມນີ້ຍັງມີຂໍສະເໜີມາຍັງລັດຖະບານຊ່ວຍສະໜອງແຫຼ່ງທືນດອກເບ້ຍຕໍ່າ ເພື່ອມາເປັນທືນເກັບຊື້ ແລະ ພັດທະນາຜະລິດຕະພັນຂອງໂຮງສີເຂົ້າ ໃຫ້ນັບມື້ນັບແຂງແຮງ ສາມາດແຂ່ງຂັນກັບຕະຫຼາດໄດ້.
ທ່ານ ຮອງນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາໃຫ້ຜູ້ປະກອບການໂຮງສີເຂົ້າ ເພື່ອເຮັດແນວໃດໃຫ້ຜະລິດຕະພັນສາມາດສົ່ງອອກໄປຍັງຕ່າງປະເທດ; ພ້ອມນັ້ນກໍ່ສ້າງເປັນກຸ່ມ, ມີສັນຍາການຊື້ເຂົ້າຜູກກັບໂຮງສີ ເພື່ອໃຫ້ມີວັດຖຸດິບພຽງພໍສະ ໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ, ພ້ອມທັງຍິນດີຮັບເອົາການສະເໜີຂອງຜູ້ປະກອບການ ແລະ ມອບໃຫ້ພາກສ່ວນຂະແໜງການກ່ຽວຂ້ອງເກັບກໍາຂໍ້ມູນລະອຽດແລ້ວນໍາສະເໜີມາຍັງອົງການຈັດຕັ້ງກ່ຽວຂ້ອງ ເພື່ອນໍາສະເໜີຕໍ່ລັດຖະບານຊອກຫາວິທີທາງແກ້ໄຂ.
Cr: khammouanenew