ການກໍ່ສ້າງເສັ້ນທາງປູຢາງສອງຊັ້ນບ້ານຈຽງ-ເມືອງແມດ ແຂວງວຽງຈັນ ມາຮອດປັດຈຸບັນນີ້ໄດ້ສຳເລັດແລ້ວຫລາຍກວ່າ 62% ຂອງໜ້າວຽກທັງໝົດ ແລະ ຄາດວ່າຈະສຳເລັດ 100% ໃນທ້າຍປີ 2026.
ທ່ານ ພຸດທະສອນ ບົວທອງ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງແມດ ໃຫ້ຮູ້ວ່າ:ໂຄງການກໍ່ສ້າງເສັ້ນທາງປູຍາງບ້ານຈຽງ – ເມືອງແມດມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ຫາກກໍ່ສ້າງສຳເລັດຈະເຮັດໃຫ້ການ ໄປ-ມາສະດວກສະບາຍເອື້ອຍອຳນວຍ ຕໍ່ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືເສດຖະກິດຂອງເມືອງໃຫ້ດີຂຶ້ນ ເຊິ່ງປັດຈະບັນບໍລິສັດຜູ້ຮັບເໝົາພວມຂຸ້ນຂ້ຽວໃຫ້ການກໍ່ສ້າງສຳ ເລັດຕາມແຜນທີ່ວາງໄວ້.
ທາງດັ່ງກ່າວມີຄວາມຍາວທັງໝົດ 61 ກິໂລແມັດ ໜ້າທາງປູຍາງກວ້າງ 6 ແມັດມີ ຂົວ 3 ແຫ່ງ ຍາວ 175 ແມັດ, ກວ້າງ 7 ແມັດ, ລວມມູນຄ່າການກໍ່ສ້າງ 190 ຕື້ກວ່າກີບ ໂດຍແມ່ນບໍລິສັດພັດທະນາສາມຫຼຸ່ຽມເສດຖະກິດຄົບວົງຈອນຈຳກັດ ເປັນຜູ້ຮັບ ເໝົາກໍ່ສ້າງ, ບໍລິສັດບີເອັມວິສາວະກຳກໍ່ສ້າງແລະທີ່ປຶກສາເປັນບໍລິສັດທີ່ປຶກສາ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ ເປັັນເຈົ້າຂອງໂຄງການ, ການກໍ່ສ້າງຕົວຈິງໄດ້ເລີ່ມລົງມືມາແຕ່ປີ ວັນທີ 12 ກຸມພາ 2020 ມາຮອດປັດຈຸບັນໄດ້ສຳເລັດແລ້ວຫຼາຍກວ່າ 62% ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍປີ 2026.
ທີ່ມາ: ແຂວງວຽງຈັນ ໂພສ






