ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການກໍ່ສ້າງເສັ້ນທາງເວັ້ນຕົວເມືອງ ປາກລາຍ ສໍາເລັດແລ້ວ 34%

Nov 18, 2024

ວັນທີ 17 ພະຈິກ ຜ່ານມານີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງເສັ້ນທາງເວັ້ນຕົວເມືອງ ປາກລາຍ, ໃຫ້ການຕ້ອນຮັບ ແລະ ນໍາພາລົງເບິ່ງຕົວຈິງໂດຍທ່ານ ບຸນຫຼາຍ ວົງດາລາ ວ່າການເຈົ້າເມືອງ ປາກລາຍ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ.
ທ່ານ ສົມແພງ ປັນຍາທິລາດ ຕາງໜ້າໃຫ້ບໍລິສັດທີ່ຮັບເໝົາກໍ່ສ້າງເສັ້ນທາງດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວເປັນໂຄງການບູລິມະສິດຂອງແຂວງ ຊຶ່ງເຫັນວ່າມີຄວາມຈໍາເປັນທາງດ້ານຄົມມະນາຄົມຂົນສົ່ງສິນຄ້າ ແລະ ຍັງໄດ້ເຮັດໃຫ້ການສັນ ຈອນລົດບັນທຸກໜັກໃຫ້ຫຼີກລຽງເຂົ້າໃນຕົວເມືອງໂດຍກົງ ພ້ອມທັງເປັນການຂະຫຍາຍຕົວເມືອງໃຫ້ພໍ່ແມ່ປະຊາຊົນໄດ້ປຸກສ້າງທີ່ຢູ່ອາໄສ ແລະ ທໍາມາຫາກິນຢູ່ເຂດນັ້ນ.
ຈຸດເລີ່ມຕົ້ນຂອງເສັ້ນທາງແມ່ນແຕ່ 3 ແຍກທາງຫຼວງແຫ່ງຊາດເລກ 4 ບ້ານ ນາສະຫວ່າງ ຫາ 3 ແຍກປໍ້ານໍ້າມັນ ສີຈະເລີນ ບ້ານ ໄຊຍະມຸງຄຸນ, ມີຄວາມຍາວທັງ ໝົດ 3,59 ກິໂລແມັດ, ໜ້າທາງກວ້າງ 10 ແມັດ. ທາງດັ່ງກ່າວແມ່ນຈະໄດ້ປູຢາງໃນຕໍ່ໜ້າ. ປັດຈຸບັນແມ່ນບຸກເບີກຂະຫຍາຍທາງ, ຖົມດິນອັດແໜ້ນ ແລະ ປູຫີນ, ຊຶ່ງເລີ່ມລົງມືກໍ່ສ້າງແຕ່ເດືອນ ກັນຍາ 2024 ແລະ ຈະໃຫ້ສໍາເລັດໃນຕົ້ນປີ 2026.
ມາຮອດປັດຈຸບັນການກໍ່ສ້າງແມ່ນສໍາເລັດ 34%, ມູນຄ່າການກໍ່ສ້າງເກືອບ 20 ຕື້ກີບ, ໂດຍແມ່ນບໍລິສັດ ເອເອກໍ່ສ້າງຂົວທາງ, ເຄຫາ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຮ່ວມກັບ ບໍລິສັດ ປັນຍາທິລາດກໍ່ສ້າງຂົວທາງ, ເຄຫາ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
May be an image of 6 people, car and text