ຕໍ່ບັນຫານີ້ ດຣ ບຸນແຝງ ພູມມາໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ແຈງໃນວັນທີ 26 ພະຈິກ 2024 ວ່າ: ປັດຈຸບັນ ກະຊວງສາທາລະນະສຸກ ພວມເລັ່ງແກ້ໄຂການຂາດແຄນຢາຢູ່ໂຮງໝໍລັດຂັ້ນຕ່າງໆ ໃຫ້ໄດ້ຢ່າງຂາດຕົວ ເຊິ່ງເລີ່ມຈາກປີ 2025 ເປັນຕົ້ນໄປແມ່ນອະນຸຍາດໃຫ້ທຸກແຂວງຈັດຊື້ຢາເອົາເອງ ແລະ 5 ໂຮງໝໍສູນກາງຈັດຊື້ເອົາເອງ ເພາະໄລຍະຜ່ານມາແມ່ນກະຊວງສາທາລະນະສຸກ ເປັນບ່ອນຈັດຊື້ເອງທັງໝົດເຮັດໃຫ້ຕ້ອງໃຊ້ເວລາໃນການປະມູນການຈັດຊື້ ແລະ ເກີດການຫລ້າຊ້າໃນການສະໜອງຢາໃຫ້ບັນດາແຂວງ ເຮັດໃຫ້ຕ້ອງແບ່ງຄວາມຮັບຜິດຊອບໃຫ້ຂັ້ນແຂວງຮັບຜິດຊອບ ເຊິ່ງສອດຄ່ອງຕາມທິດ 3 ສ້າງໃນການແບ່ງຂັນຄຸ້ມຄອງ ເພາະຜ່ານມາເຄີຍເຮັດທົດລອງຢູ່ແຂວງອຸດົມໄຊ ເຫັນວ່າໄດ້ຮັບຜົນດີ ເຊິ່ງກະຊວງສາທາລະນະສຸກ ໄດ້ມີນິຕິກໍາທີ່ຮັດກຸມແລ້ວ, ແຕ່ສິ່ງສໍາຄັນແມ່ນການຈັດຕັ້ງຄະນະກໍາມະການຈັດຊື້ຂັ້ນແຂວງເພື່ອເຮັດໃຫ້ມີຄວາມໂປ່ງໃສທີ່ສຸດ, ລາຄາຢາຖືກກໍໃຫ້ຖືກ ແລະ ໃຫ້ໄດ້ຕາມແຜນ ເພາະຖ້າເກີດຄວາມບໍ່ໂປ່ງໃສຈະເຮັດໃຫ້ກະທົບຕໍ່ກອງທຶນປະກັນສຸຂະພາບ.
ລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ຊີ້ແຈງກ່ຽວກັບການປິ່ນປົວສຸຂະພາບຢູ່ໂຮງໝໍຂອງສະມາຊິກປະກັນສັງຄົມໃນກໍລະນີຢາຢູ່ໂຮງໝໍບໍ່ມີ ຕ້ອງໄດ້ໄປຊື້ຢາຢູ່ນອກ, ຜ່ານມາມີບາງຄົນໄປຊື້ຢາຢູ່ນອກໃນມູນຄ່າບໍ່ຫລາຍ ແຕ່ບໍ່ຢາກເສຍເວລາມາເອົາເງິນຄືນຢູ່ພາກສ່ວນກ່ຽວຂ້ອງແຕ່ມີການຈົ່ມວ່າໃຫ້ໂຮງໝໍ. ເພື່ອແກ້ໄຂບັນຫານີ້ ກະຊວງສາທາລະນະສຸກໄດ້ອອກແຈ້ງການສະບັບເລກທີ 824/ສທ, ລົງວັນທີ 28 ມິຖຸນາ 2024 ທີ່ໄດ້ກໍານົດແຈ້ງວ່າ: ຖ້າສະມາຊິກປະກັນສັງຄົມໄປຊື້ຢາຢູ່ນອກໃຫ້ເອົາບິນຄ່າຢາທີ່ໄດ້ຈ່າຍໄປກັບຄືນມາຫາພາກສ່ວນກ່ຽວຂ້ອງຂອງໂຮງໝໍເພື່ອໃຫ້ຈ່າຍເງິນທົດແທນຄືນໃນມື້ນັ້ນໂລດຕາມລາຄາຢາທີ່ໂຮງໝໍກໍານົດ ເພາະໂຮງໝໍມີເງິນໝູນວຽນທຸກມື້ໂດຍບໍ່ຕ້ອງລໍຖ້າດົນຄືແຕ່ກ່ອນ ແລະ ຫ້າມເດັດຂາດບໍ່ໃຫ້ມີການເພີ່ມລາຄາຂຶ້ນ ເພາະໂຮງໝໍຈະຈ່າຍຄືນຕາມລາຄາທີ່ໂຮງໝໍກໍານົດເທົ່ານັ້ນ ແລະ ຈ່າຍຄືນໃນມື້ນັ້ນໂລດ.



