ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະຈິກ 2024 ວ່າ: ນັບແຕ່ປີ 2021 ຮອດເດືອນກັນຍາ 2024 ສາມາດຂຶ້ນທະບຽນອອກໃບຕາດິນໄດ້ປະມານ 540.000 ກວ່າຕອນ ແລະ ຄາດຄະເນໝົດປີນີ້ ຈະຂຶ້ນ ທະບຽນອອກໃບຕາດິນໄດ້ 220.000 ຕອນ (ຄາດໝາຍປີ 2024 ແມ່ນ 300.000 ຕອນ) ຍ້ອນເຫັນວ່າ ໃນປີ 2024 ແມ່ນມີຕອນດິນທີ່ສໍາເລັດການສໍາຫຼວດວັດແທກແລ້ວ ປະມານ 90.000 ກວ່າຕອນທີ່ຍັງຄ້າງບໍ່ທັນໄດ້ເຊັນໃບຕາດິນ.
ສາເຫດທີ່ເຮັດໃຫ້ບໍ່ສາມາດບັນລຸຄາດໝາຍໄດ້ ເຊັ່ນ: ໃນຂໍ້ມູນສໍາມະໂນຕອນດິນ ຈໍານວນ 680.000 ຕອນ ແມ່ນນອນໃນ ດິນສາມປະເພດປ່າ ຕ້ອງໄດ້ມີການສໍາ ຫຼວດຈັດສັນກ່ອນ ແລະ ຈຳແນກປະເພດ ເປັນໃບຢັ້ງຢືນການນໍາໃຊ້ທີ່ດິນ ແລະ ໃບຕາດິນຕາມແຜນຈັດສັນທີ່ດິນປ່າໄມ້; ພະນັກງານ ຫ້ອງການຂັ້ນເມືອງຍັງຈໍາກັດ ທາງດ້ານປະລິມານ ແລະ ຄຸນນະພາບ; ຍັງມີຈໍານວນໜຶ່ງຂາດຄວາມຮັບຜິດຊອບ ເຮັດໃຫ້ມີຫາງສຽງ ແລະ ປະກົດ ການຫຍໍ້ທໍ້ໃນສັງຄົມ; ພະນັກງານຕາມສັນຍາໂຄງ ການອອກໃບຕາດິນເປັນລະບົບທີ່ວ່າຈ້າງໄດ້ລາອອກຈໍານວນຫຼາຍ (230 ຄົນ), ໂຄງການກໍານົດຕຳແໜ່ງງານຈໍານວນ 500 ຕຳແໜ່ງ ໃນ 32 ຈຸງານ, ເຊິ່ງຈະຕ້ອງໄດ້ມີການຮັບໃໝ່, ຍຸບຈຸງານອອກໃບຕາດິນລົງ, ວ່າຈ້າງພະນັກງານໃໝ່ ແລະ ຝຶກອົບ ຮົມໃໝ່ ແລະ ອື່ນໆ.
ທ່ານ ນາງ ບຸນຄໍາ ວໍລະຈິດ ໃຫ້ຮູ້ຕື່ມວ່າ: ສໍາລັບຄາດໝາຍອອກໃບຕາດິນໃນປີ 2025 ຈໍານວນ 500.000 ຕອນ ແມ່ນຄາດໝາຍເບື້ອງຕົ້ນ ທີ່ຈະໃຫ້ບັນລຸການອອກໃບຕາດິນທັງໝົດໃນທົ່ວປະເທດ ໃນຈໍານວນ 1,6 ລ້ານຕອນ ໃນປີ 2025. ແຕ່ອີງໃສ່ການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າເລີ່ມແຕ່ການປະຕິບັດຄາດ ໝາຍການຂຶ້ນທະບຽນອອກໃບຕາດິນ ນັບແຕ່ປີ 2021-2024 ເຫັນວ່າ ບໍ່ສາມາດບັນລຸຄາດໝາຍທີ່ກຳນົດໄວ້, ອີງໃສ່ສະພາບຄວາມເປັນຈິງທີ່ລາຍງານມາຂ້າງເທິງ.
ຢ່າງໃດກໍ່ຕາມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ຈະໄດ້ສືບຕໍ່ເອົາໃຈໃສ່ໃນການກຳນົດວິທີການ ແລະ ມາດຕະການປະຕິບັດ ເຊັ່ນ: ສົມທົບກັບອົງການປົກຄອງທ້ອງ ຖິ່ນໃນການປະກອບພະນັກງານ ໃນຂັ້ນເມືອງໃຫ້ພຽງພໍ; ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານທີ່ເຮັດວຽກກ່ຽວກັບທີ່ດິນ, ວຽກງານອອກໃບຕາດິນເປັນລະບົບ ເຊັ່ນ: ຊຸກຍູ້ຂະ ແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງ ຈໍານວນ 32 ເມືອງ ໃຫ້ກວດກາສໍານວນ ແລະ ພິສູດຫຼັກຖານ ແລະ ນໍາເອົາຂໍ້ມູນຕອນດິນເຂົ້າຖານຂໍ້ມູນທີ່ດິນ ທີ່ໄດ້ສໍາຫຼວດແລ້ວ ແລະ ຍັງຄ້າງເຊັນໃບຕາດິນ ປະມານ 100.000 ຕອນ ແລະ ການມອບວຽກໃຫ້ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ເຊັນໃບຕາດິນ ຕາມແບບຟອມໃບຕາດິນໃໝ່ (A); ສຸມໃສ່ການປະຕິບັດລະບຽບການໃນການຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ ພາຍໃນ 50 ວັນໃຫ້ເປັນ ຮູບປະທໍາ ແລະ ອື່ນໆ.



