ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຂົນສົ່ງທາງລົດໄຟລາວ-ຈີນ ນັບມື້ພົ້ນເດັ່ນ

Apr 12, 2024

ການຂົນສົ່ງທາງລົດໄຟລາວ-ຈີນ ນັບມື້ພົ້ນເດັ່ນ
ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາ ທິການ ແລະຂົນສົ່ງ(ຍທຂ) ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນປະຈໍາປີ 2023 ຂອງກະຊວງ ຍທຂ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕໍ່ກອງປະຊຸມວຽກງານ ຍທຂທົ່ວປະເທດປະຈຳປີ 2023 ເມື່ອບໍ່ດົນມານີ້ວ່າ: ອັນພົ້ນເດັ່ນໃນວຽກງານການບໍລິການຂົນສົ່ງໄລຍະປີ 2023 ຜ່ານມາແມ່ນການເພີ່ມຂຶ້ນຢ່າງກ້າວກະໂດດຂອງການຂົນສົ່ງທາງລົດໄຟລາວ-ຈີນ ພາຍຫຼັງທີ່ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າເພີ່ມຂຶ້ນຈາກ 0,4 ພັນໂຕນ (ປີ 2020) ມາເປັນ 2.722 ພັນໂຕນ (ປີ 2023) ແລະ ຂົນສົ່ງໂດຍສານແຕ່ເລີ່ມເປີດບໍລິການທາງລົດໄຟລາວ-ຈີນຮອດທ້າຍປີ 2023 ມີຜູ້ຊົມໃຊ້ແລ້ວ 4ລ້ານກວ່າເທື່ອຄົນ. ນອກນັ້ນ, ການຂົນສົ່ງທາງບົກສະເລ່ຍເພີ່ມຂຶ້ນ 6,42% ຕໍ່ປີ, ຂົນສົ່ງທາງນໍ້າສະເລ່ຍເພີ່ມຂຶ້ນ 18,22% ຕໍ່ປີ (ກາຍ 5%) ແລະ ຂົນສົ່ງທາງອາກາດສະເລ່ຍເພີ່ມຂຶ້ນ 10,49% ຕໍ່ປີ.
ໃນນັ້ນ, ໃນປີ 2023 ໄດ້ສໍາເລັດການຍົກລະດັບເສັ້ນທາງເລກທີ 13 ເໜືອ ນະຄອນຫຼວງວຽງ ຈັນແຕ່ສີເກີດ-ໂພນໂຮງ ແລະ ທາງເລກທີ 11 ໄລຍະແຕ່ສົ້ນຂົວນໍ້າສັງ-ບ້ານໂນນສະ ຫວັນ-ບ້ານຄົກເຂົ້າດໍ; ສຸມໃສ່ຈັດຕັ້ງປະຕິບັດການກໍ່ສ້າງຂົວຂ້າມນໍ້າຂອງ 2 ແຫ່ງຄື: ຂົວຂ້າມນໍ້າຂອງລາວ-ໄທແຫ່ງທີ V (ປາກຊັນ-ບຶງການ) ປະຕິບັດໄດ້ 88,07% (ເດືອນກຸມພາ 2024) ແລະ ໂຄງການກໍ່ສ້າງຂົວຂ້າມນ້ຳຂອງກ້ອນຕື້ນ-ຫ້ວຍແກ້ວ ແຂວງບໍ່ແກ້ວ ປະຕິບັດໄດ້ 88,39% (ເດືອນກຸມພາ 2024) ລວມທັງວຽກບູລະນະຮັກສາ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນມີຄວາມຄືບໜ້າສົມຄວນ.