ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ຂົນ​ສົ່ງ​ໂດຍ​ສານ​ຂ້າມ​ເຂດ​ແຄ້ວນ​ໃນ​ທົ່ວ​ປະ​ເທດ​ຈີນ​ບັນ​ລຸຫຼາຍກວ່າ 1 ຕື້​ເທື່ອ​ຄົນ​ ນັບ​ແຕ່​ເລີ່ມ​ການ​ຂົນ​ສົ່ງໃນ​ໄລ​ຍະບຸນ​ກຸດ​ຈີນ​​ເປັນ​ຕົ້ນ​ມາ

Jan 21, 2025

ວັນ​ທີ 20 ມັງ​ກອນ​ນີ້ ແມ່ນ​ມື້​ທີ 7 ​ຂອງ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ​ອີງ​ຕາມຕົວ​ເລກ​ຂໍ້​ມູນ​ຈາກ​ຫ້ອງ​ການ​ວຽກ​ງານ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ສັງ​ລວມ​ປີ 2025 ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ເລີ່ມ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ໃນ​ວັນ​ທີ 14 ຈົນ​ຮອດ​ວັນ​ທີ 19 ມັງ​ກອນ​ນີ້, ການ​ຂົນ​ສົ່ງ​ໂດຍ​ສານ​ຂ້າມ​ເຂດ​ແຄ້ວນ​ ໃນ​ທົ່ວ​ປະ​ເທດ​ຈີນ​ບັນ​ລຸຫຼາຍກວ່າ 1 ຕື້​ເທື່ອ​ຄົນ​. ໃນ​ນັ້ນ ການ​ຂົນ​ສົ່ງ​ຜ່ານ​ທາງຫຼວງກວມ​ເອົາເກືອບ 80%.
ນອກ​ຈາກ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ແລ້ວ, ການ​ຈໍ​ລະ​ຈອນ​ສິນ​ຄ້າ​ກໍ​​ໄດ້ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ. ຫວ່າງມໍ່ໆ​ມາ​ນີ້, ອົງ​ການ​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ແຜ່​ຕົວ​ເລກ​ຂໍ້​ມູນ​ວ່າ: ຫຼັງ​ຈາກ​ເລີ່ມ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ​ຄວາມ​ຕ້ອງ​ການ​ດ້ານການ​ຝາກ​ເຄື່ອງ​ບໍ​ລິ​ໂພກ​ບຸນ​ກຸດ​ຈີນ​ເພີ່ມສູງ​ຂຶ້ນ. ກ່ອນ​ເລີ່ມ​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ 3 ວັນ ຄື​ໃນ​ວັນ​ທີ 11 ມັງ​ກອນ​ນີ້, ການ​ຝາກ​ເຄື່ອງ​ດ່ວນ​ໃນ​ທົ່ວ​ປະ​ເທດ​ຈີນ​ມີຫຼາຍກວ່າ 670.000.000 ອັນ​ຕໍ່​ມື້, ສ່ວນການ​ຂົນ​ສົ່ງ​ສິນ​ຄ້າ​ຜ່ານ​ທາງ​ລົດ​ໄຟ​ກໍ​ນັບ​ມື້ເພີ່ມຂຶ້ນເຊັ່ນ ດຽວກັນ.
ທີ່ມາ: CMG
May be an image of one or more people, turnstile and crowd