ການຂົນສົ່ງໃນໄລຍະບຸນກຸດຈີນປີນີ້ ໄດ້ເລີ່ມຂຶ້ນແຕ່ວັນທີ 14 ມັງກອນນີ້ ແລະ ຈະແກ່ຍາວຈົນເຖິງວັນທີ 22 ກຸມພາໜ້ານີ້, ທັງໝົດເປັນ 40 ວັນ. ພາກສ່ວນຄົມມະນາຄົມຈີນຄາດຄະເນວ່າ: ຈຳນວນຜູ້ໂດຍສານຈະເດີນທາງໄປ-ມາໃນທົ່ວປະເທດຈີນ ຈະມີເຖິງ 9 ຕື້ເທື່ອຄົນ ເຊິ່ງຈະສ້າງສະຖິຕິສູງສຸດໃນປະຫວັດສາດ.
ການຂົນສົ່ງໃນໄລຍະບຸນກຸດຈີນປີນີ້, ລະບົບທາງລົດໄຟຈີນຈະຂົນສົ່ງຜູ້ໂດຍສານຫຼາຍວ່າ 510 ລ້ານເທື່ອຄົນ, ສະເລ່ຍແລ້ວມີ 12,75 ລ້ານເທື່ອຄົນຕໍ່ມື້, ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ການຂົນສົ່ງໃນໄລຍະບຸນກຸດຈີນຂອງປີກາຍ. ພາກສ່ວນທາງລົດໄຟຈະເປີດໃຫ້ບໍລິການຂະບວນລົດໄຟຫຼາຍກວ່າ 14.000 ຖ້ຽວຕໍ່ມື້.
ອົງການການບິນພົນລະເຮືອນຈີນຄາດຄະເນວ່າ: ການຂົນສົ່ງໃນໄລຍະບຸນກຸດຈີນປີນີ້ ຈະຂົນສົ່ງຜູ້ໂດຍສານຫຼາຍກວ່າ 90 ລລ້ານເທື່ອຄົນ, ຈະເປີດໃຫ້ບໍລິການຖ້ຽວບິນໃນທົ່ວປະເທດ 18.500 ຖ້ຽວຕໍ່ມື້, ເພີ່ມຂຶ້ນ 8,4% ເມື່ອທຽບໃສ່ການຂົນສົ່ງໃນໄລຍະບຸນກຸດຈີນຂອງປີກາຍ.
ພາກສ່ວນຄົມມະນາຄົມຈີນຄາດຄະເນວ່າ: ການຂົນສົ່ງໃນໄລຍະບຸນກຸດຈີນປີນີ້, ຜູ້ຂັບລົດອອກເດີນທາງດ້ວຍຕົນເອງຈະມີເຖິງ 7,2 ຕື້ເທື່ອຄົນ ເຊິ່ງກວມປະມານ 80% ຂອງຈຳນວນຜູ້ໂດຍສານໃນທົ່ວສັງຄົມຈີນ.
ທີ່ມາ: CMG




