ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຈັດຕັ້ງປະຕິບັດວຽກງານ 3 ສ້າງ

Dec 9, 2024

ໃນໂອກາດຂຶ້ນສະເໜີບົດລາຍງານການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານສ້າງ ແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານ ເປັນຫົວໜ່ວຍພັດທະນາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ເມື່ອບໍ່ດົນມານີ້,
ທ່ານ ວິໄລວົງ ບຸດດາຄໍາ, ລັດຖະມົນຕີ ກະຊວງພາຍໃນ ໄດ້ຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກວ່າ: ທິດນໍາ 3 ສ້າງແມ່ນເງື່ອນໄຂສໍາຄັນຕໍ່ການກະຕຸກຊຸກຍູ້ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ເພາະວ່າທິດນໍາ 3 ສ້າງ ແມ່ນເນື້ອໃນສໍາຄັນທີ່ປຸກຄວາມຕື່ນຕົວ, ຄວາມເປັນເຈົ້າການຂອງປະຊາຊົນຂອງສັງຄົມໃນການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກໂດຍສະເພາະການຈັດສັນໂຮມບ້ານນ້ອຍທີ່ບໍ່ມີເງື່ອນໄຂໃຫ້ ເປັນບ້ານໃຫຍ່ທີ່ເປັນຈຸດສຸມພັດທະນາ ສ້າງພື້ນຖານໂຄງລ່າງເຕັກນິກຮັບໃຊ້ການຜະລິດ, ພື້ນຖານໂຄງລ່າງວັດທະນະທໍາ-ສັງຄົມ, ສ້າງລາຍຮັບ, ຈັດສັນອາຊີບໃຫ້ປະຊາຊົນ, ສ້າງກຸ່ມການຜະລິດ, ການບໍລິການ ແລະ ອື່ນໆ ແນໃສ່ສ້າງໄດ້ຄອບຄົວພົ້ນທຸກ, ບ້ານພົ້ນທຸກ.
ທ່ານຍົກໃຫ້ເຫັນຕື່ມວ່າ: ໃນປີ 2024, ທົ່ວປະເທດສາມາດສ້າງຄອບຄົວພົ້ນທຸກໄດ້ 22,419 ຄອບຄົວ, ກວມ 64,05% (ຄາດໝາຍ 35,000 ຄອບຄົວ), ສ້າງບ້ານພົ້ນທຸກໄດ້ 226 ບ້ານ, ກວມ 45,20% (ຄາດໝາຍ 500 ບ້ານ), ສ້າງເມືອງພົ້ນທຸກໄດ້ 5 ເມືອງ (ເມືອງຊົນນະບູລີ, ເມືອງທ່າປາງທອງ ແລະ ເມືອງອາດສະພອນ, ແຂວງສະຫວັນນະເຂດ; ເມືອງຕຸ້ມລານ ແລະ ເມືອງຕະໂອ້ຍ ແຂວງ ສາລະວັນ), ກວມ 33,33% (ຄາດ ໝາຍ15 ເມືອງ), ສ້າງຄອບຄົວພັດທະນາໄດ້ 37,538 ຄອບຄົວ, ກວມ 113,75% (ຄາດໝາຍ 33.000 ຄອບຄົວ), ສ້າງບ້ານພັດທະນາ ໄດ້ 314 ບ້ານ ກວມ 62,80% (ຄາດໝາຍ 500 ບ້ານ).
ນອກຈາກນີ້ ສາມາດສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ໄດ້ 12 ຈຸດ, ກວມ 300% (ຄາດໝາຍ 4 ຈຸດ); ການຈັດ ສັນທີ່ຢູ່ອາໄສໃຫ້ປະຊາຊົນ ໄດ້ 348 ຄອບຄົວ, ກວມ 80,36% (ຄາດໝາຍ433 ຄອບຄົວ), ສ້າງເມືອງເຂັ້ມແຂງຮອບດ້ານ ປະຕິບັດໄດ້ 3 ເມືອງ (ນະ ຄອນໄກສອນພົມວິຫານ, ເມືອງສອງຄອນ, ແຂວງສະຫວັນນະເຂດ ແລະ ເມືອງຈໍາປາສັກ, ແຂວງຈໍາປາສັກ) ກວມ 75% (ຄາດໝາຍ 4 ເມືອງ) ແລະ ອື່ນໆ.
อาจเป็นรูปภาพของ 1 คน และ ข้อความ