ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການຈັດຕັ້ງປະຕິບັດ ແຜນງົບປະມານ ກາງສະໄໝ 5 ປີ (2021-2025) ສາມາດເກັບລາຍຮັບໄດ້ທັງໝົດ 80.704 ຕື້ກີບ ເທົ່າກັບ 44,96% ຂອງແຜນການ 5 ປີ (ແຜນ 5 ປີ 179.500 ຕື້ກີບ), ທຽບໃນໄລຍະດຽວກາງສະໄໝ 5 ປີ ຄັ້ງທີ VIII (2016-2020) ເພີ່ມຂຶ້ນ 40% ຫລື ເປັນເງິນ 23.554 ຕື້ກີບ. ໃນນັ້ນ, ລາຍຮັບພາຍໃນ ປະຕິບັດໄດ້ 52.023 ຕື້ກີບ ເທົ່າກັບ 31,2% ຂອງແຜນການ 5 ປີ (ແຜນ 5 ປີ 166.753 ຕື້ກີບ), ສຳລັບລາຍຈ່າຍທັງໝົດ ປະຕິບັດໄດ້ 75.746 ຕື້ກີບ ເທົ່າກັບ 39,9% ຂອງແຜນການ 5 ປີ (ແຜນ 5 ປີ 190.000 ຕື້ກີບ), ທຽບໃສ່ໄລຍະດຽວກາງສະໄໝ 5 ປີ ຄັ້ງທີ VIII (2016-2020) ຫລຸດລົງ 0,6% ຫລື ມູນຄ່າ 467 ຕື້ກີບ ແລະ ດຸນງົບປະມານ ເຫັນວ່າເກີນດຸນ 4.958 ຕື້ກີບ (ແຜນ 5 ປີ ຂາດດຸນ 10.500 ຕື້ກີບ).
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 31 ຕຸລານີ້ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ກາງສະໄໝ 5 ປີ(2021-2025) ສາມາດມີຜົນສຳເລັດຫລາຍດ້ານ ເປັນຕົ້ນ: ສໍາເລັດການຄົ້ນຄວ້ານະໂຍບາຍການເງິນ ແລະ ນິຕິກຳ ເພື່ອຍົກສູງປະສິດທິພາບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ແນໃສ່ຮັບປະກັນສະຖຽນລະພາບຂອງງົບປະມານແຫ່ງລັດ ດ້ວຍການສ້າງ ແລະ ປັບປຸງກົດໝາຍ, ສ້າງດຳລັດໃນຂົງເຂດລາຍຮັບ (ພາສີ-ອາກອນ ແລະ ຊັບສິນຂອງລັດ); ສຳເລັດ 6 ວຽກຈຸດສຸມເປັນສ່ວນໃຫຍ່ ຫັນກົນໄກການຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝ ແລະ ກ້າວໄປສູ່ລະບົບດີຈິຕອລ ຄື: ການພັດທະນາ, ປັບປຸງລະບົບຄຸ້ມຄອງລາຍຈ່າຍ, ລະບົບຄຸ້ມຄອງໜີ້ສິນ ແລະ ວິໄຈການເງິນ; ປັບປຸງ ແລະ ຜັນຂະຫຍາຍລະບົບຄຸ້ມຄອງ ຂໍ້ມູນຂ່າວສານລາຍຮັບ; ຍົກລະດັບການເຊື່ອມຕໍ່ຂໍ້ມູນຂ່າວສານ; ພັດທະນາລະບົບວິເຄາະ-ວິໄຈຂໍ້ມູນ ແລະ ກວດສອບ; ປັບປຸງ ແລະ ຜັນຂະຫຍາຍລະບົບບໍລິຫານຫ້ອງການ ແລະ ເຜີຍແຜ່ຂໍ້ມູນ; ຍົກລະດັບລະບົບພື້ນຖານໂຄງລ່າງ ເຄືອຂ່າຍ ແລະ ຄວາມປອດໄພຂໍ້ມູນຂະແໜງການເງິນພາກລັດ. ພ້ອມກັນນັ້ນ, ກໍສາເລັດການປະເມີນ ແລະ ຄົ້ນຄວ້າປັບປຸງ ກົດໝາຍວ່າດ້ວຍການບັນຊີ ແລະ ກົດໝາຍວ່າດ້ວຍການກວດສອບອິດສະຫລະ ແລະ ຄາດວ່າຈະໄດ້ນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທ້າຍປີ 2023. ໃນປີ 2021 ສາມາດປະຕິບັດລາຍຮັບໄດ້ເກີນແຜນ 4,62% ເປັນເງິນ 1.276 ຕື້ກີບ (ມີ 10 ແຂວງເກີນແຜນ 722 ຕື້ກີບ), ລາຍຈ່າຍສາມາດຫລຸດຜ່ອນໄດ້ 2.076 ຕື້ກີບ ແລະ ການຂາດດຸນຫລຸດລົງ ຈາກ 2,17% ມາເປັນ 1,84% ຂອງ GDP; ປີ 2022 ເກີນແຜນ 3% ເປັນເງິນ 947 ຕື້ກີບ (ມີ 16 ແຂວງເກີນແຜນ 1.464 ຕື້ກີບ) ລາຍຈ່າຍສາມາດຫລຸດຜ່ອນໄດ້ 3.131 ຕື້ກີບ ແລະ ການຂາດດຸນຫລຸດລົງຈາກ 1,80% ມາເປັນເກີນດຸນ 0,12% ຂອງ GDP; ຄາດວ່າປີ 2023 ຈະສາມາດປະຕິບັດລາຍຮັບໄດ້ລື່ນແຜນເປັນປີທີ 3.
ເຖິງຢ່າງໃດກໍຕາມ ການປະຕິບັດແຜນງົບປະມານ ແຫ່ງລັດກາງສະໄໝ ຕະຫລອດໄລຍະ 2 ປີເຄິ່ງ ຜ່ານມາ ດ້ວຍຄວາມບຸກບືນສູ້ຊົນສູງປານໃດກໍຕາມ, ແຕ່ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ສືບຕໍ່ແກ້ໄຂ ເປັນຕົ້ນ ລາຍຮັບງົບປະມານ ທຽບໃສ່ການເຕີບໂຕຂອງເສດຖະກິດ (GDP) ຍັງບໍ່ທັນສູງ ສະເລ່ຍ ລາຍຮັບຕໍ່ GDP ປະມານ 15% ໃນນັ້ນ ລາຍຮັບພາຍໃນ ພຽງແຕ່ 12% ຂອງ GDP; ການບັງຄັບໃຊ້ກົດໝາຍຂອງ ຂະແໜງການເງິນຍັງອ່ອນ, ມີການລະເມີດຢ່າງຫລວງຫລາຍ, ພາກທຸລະກິດ ຈະປະຕິບັດກໍ່ໄດ້, ບໍ່ປະຕິບັດກໍ່ໄດ້ ບໍ່ທັນມີມາດຕະການລົງໂທດທີ່ເດັດຂາດ ສະແດງອອກ ບາງຫົວໜ່ວຍວິສາຫະກິດ ຍັງບໍ່ໄປຕາມກົດໝາຍກໍານົດ, ໜີ້ຄ້າງມອບຂອງບັນດາຫົວໜ່ວຍວິສະຫະກິດ ຍັງແກ່ຍາວ ບໍ່ຖືກແກ້ໄຂ; ການພັດທະນາລະບົບທັນສະໄໝ ໃນການຄຸ້ມຄອງການເກັບລາຍຮັບຍັງຊັກຊ້າ, ບໍ່ທັນລວມສູນ ແລະ ຍັງຂາດການເຊື່ອມຕໍ່ຂໍ້ມູນກັບ ຂະແໜງການທີ່ກ່ຽວຂ້ອງ; ບັນດານິຕິກຳ ຂອງຂະແໜງການເງິນ ກັບຂະແໜງການກ່ຽວຂ້ອງ ຍັງບໍ່ທັນກົມກຽວ ແລະ ໄປລວງດຽວກັນເປັນຕົ້ນ: ການກຳນົດການຍົກເວັ້ນ ແລະ ຜ່ອນຜັນ ອາກອນມູນຄ່າເພີ່ມ ແລະ ອາກອນກຳໄລ ໃນຂົງເຂດການລົງທຶນ, ການສະໜອງຂໍ້ມູນດ້ານການເງິນ ຂອງຫົວທຸລະກິດ ໃຫ້ຂະແໜງການເງິນ ກໍຄື ກົມສ່ວຍສາອາກອນ ໃນການຕິດຕາມກວດກາ ແມ່ນຍັງພົບຂໍ້ຫຍຸ້ງຍາກ; ການຄົ້ນຄວ້າ ເພີ່ມ ຫລື ຫລຸດອັດຕາອາກອນປະເພດຕ່າງໆ ຍັງບໍ່ທັນມີການປະເມີນຢ່າງຮອບຄອບຮອບດ້ານ ແລະ ຍັງບໍ່ເປັນລັກສະນະວິທະຍາສາດ; ໂຄງສ້າງທາງດ້ານລາຍຈ່າຍລະຫວ່າງ ລາຍຈ່າຍບໍລິຫານ ແລະ ລາຍຈ່າຍການລົງທຶນ ຍັງບໍ່ທັນສົມສ່ວນ; ການຈັດສັນງົບປະມານໃຫ້ຂະແໜງການ ແລະ ທ້ອງຖິ່ນ ຍັງບໍ່ທັນໄດ້ຈັດສັນຕາມແຜນງານ ໂຄງການບູລິມະສິດຂອງຂະແໜງການ ແລະ ທ້ອງຖິ່ນ; ການກູ້ຢືມຈາກຕ່າງປະເທດ ຍັງອີງໃສ່ຄວາມຕ້ອງການຂອງຂະແໜງການເປັນຕົ້ນຕໍ, ຍັງຂາດການວິເຄາະປະສິດ
ທິຜົນ ແລະ ຜົນຕອບແທນທາງດ້ານເສດຖະກິດ ເຮັດໃຫ້ມີຄວາມສ່ຽງໄລຍະກາງ ແລະ ໄລຍະຍາວ ຕໍ່ແຫລ່ງທຶນ
ເພື່ອມາຊຳລະ.
ຂ່າວ: ກິດຕາ
ພາບ: ອ່າຍຄຳ