ໃນໂອກາດຂຶ້ນສະເໜີບົດລາຍງານການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ້າຍ ຕໍ່ກອງປະຊຸມຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 22 ພະຈິກ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະ ມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍປ້າຍ ສະບັບເລກທີ 50/ສພຊ, ລົງວັນທີ 21 ມິຖຸນາ 2018 ມາຮອດປັດຈຸບັນ ເປັນເວລາ 6 ປີກວ່າ ເຫັນວ່າມີບາງດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຕ້ອງໄດ້ປັບປຸງ, ໃນນີ້:
ດ້ານອ່ອນ ລວມມີ:
– ການເຜີຍແຜ່ກົດໝາຍ ຍັງບໍ່ທັນກວ້າງຂວາງ ແລະບໍ່ເປັນປົກກະຕິ ບໍ່ທົ່ວເຖິງ. ຫຼາຍຫົວໜ່ວຍຜູ້ປະກອບການທີ່ເກີດຂຶ້ນໃໝ່ ຍັງບໍ່ເຂົ້າໃຈ ຈິ່ງບໍ່ຂໍອະນຸຍາດໃນການສ້າງຕັ້ງບໍລິສັດ ລວມທັງບໍ່ຂໍອະນຸຍາດໂຄສະນາດ້ວຍປ້າຍ ຕາມກົດໝາຍ ແລະລະບຽບການ.
– ສະຕິຄວາມເປັນເຈົ້າການຂອງພົນລະເມືອງລາວຍັງບໍ່ສູງ, ການປະຕິບັດພັນທະໃນການຄຸ້ມຄອງ ປົກປັກຮັກສາປ້າຍບໍ່ທັນປະຕິບັດໄດ້. ເຮັດໃຫ້ເກີດມີການຕິດຕັ້ງປ້າຍທີ່ບໍ່ສອດຄ່ອງກັບກົດໝາຍ ເຊັ່ນ ຂໍ້ຄວາມບໍ່ສຸພາບ, ຕະຫຼົກ ລາມົກ ຂັດກັບວັດທະນະທຳ ຮີດຄອງປະເພນີ ເກີດຂຶ້ນເລື້ອຍໆ; ການແກ້ໄຂ ລາຍງານ ຂອງເຈົ້າໜ້າທີ່ຊັກຊ້າ.
ກົດໝາຍວ່າດ້ວຍປ້າຍ ຍັງມີຫຼາຍມາດຕາ ຍັງມີເນື້ອບໍ່ທັນຊັດເຈນ, ບາງມາດຕາຄວນໄດ້ກຳນົດໃຫ້ມີລະບຽບການຕ່າງຫາກ ເປັນຕົ້ນແມ່ນ ເນື້ອໃນປ້າຍໜຶ່ງໆ ຄວນມີຈັກພາສາ, ຖັດຈາກພາສາລາວ ຄວນໃຊ້ພາສາໃດ? ອັດຕາການເກັບຄ່າທຳນຽມ ບໍລິການ ຄວນກຳນົດ ແນວໃດ ເພື່ອຈຳກັດໃຫ້ມີການໂຄສະນາປ້າຍພາສາຕ່າງປະເທດ ໜ້ອຍລົງ.
– ຍັງຂາດບຸກຄະລາກອນໃນການປະຕິບັດວຽກງານປ້າຍ ໂດຍສະເພາະແມ່ນ ມີການປັບປຸງ ສັບຊ້ອນປ່ຽນແທນ ຈິ່ງເຮັດໃຫ້ການກວດກາ ແກ້ໄຂ ວຽກງານປ້າຍຊັກຊ້າ.
– ການນໍາເຂົ້າປ້າຍຈາກຕ່າງປະເທດບໍ່ໄດ້ຮັບອະນຸຍາດ, ບໍ່ໄດ້ຜ່ານການກວດກາຄວາມສອດຄ່ອງທາງດ້ານເນື້ອໃນ.
– ການກໍານົດສິດ ແລະ ໜ້າທີ່ ການແບ່ງຂັ້ນຄຸ້ມຄອງ ກັບຂະແໜງການອື່ນທີ່ກ່ຽວຂ້ອງ ຍັງບໍ່ທັນຊັດເຈນ.
– ມາດຕະການຕໍ່ຜູ້ລະເມີດ ຍັງມີການຕໍ່ລອງ, ໂຍະຍານ ແລະ ບໍ່ທັນຮັດກຸມເທົ່າທີ່ຄວນ.
– ຂາດງົບປະມານ ແລະ ພາຫະນະ ທີ່ຈຳເປັນ ແລະ ມາດຕະຖານ ເຂົ້າໃນການຕິດຕາມກວດກາ.
ຂໍ້ຄົງຄ້າງ ລວມມີ:
– ບໍ່ສາມາດບັງຄັບໃຊ້ກົດໝາຍໄດ້ຢ່າງເຕັມສ່ວນ.
– ກົດໝາຍວ່າດ້ວຍປ້າຍ ສະບັບປັດຈຸບັນ ຍັງບໍ່ທັນຊັດເຈນ ແລະ ບໍ່ຄົບຖ້ວນ ເປັນຕົ້ນແມ່ນ ການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ; ຍັງບໍ່ທັນມີພາກສະມາຄົມ ໃນກົດໝາຍວ່າດ້ວຍປ້າຍ.
– ຂາດມາດຕາການເຂັ້ມງວດ ໂດຍສະເພາະ ມາດຕາການປັບໃໝ, ການລົງວິໄນ, ຍັງບໍ່ມີການຜັນຂະຫຍາຍມາດຕາດັ່ງກ່າວ ເພື່ອປະຕິບັດຢ່າງເປັນເອກະພາບ;
– ຍັງບໍ່ປະຕິບັດ ການຂໍອະນຸຍາດຕິດຕັ້ງປ້າຍໃຫ້ຖືກຕ້ອງກັບກົດໝາຍ, ພາກທີ V ມາດຕາ 23, 24 ແລະ 25 ຊື່ງສ່ວນໃຫຍ່ ຜູ້ປະກອບການກ່ຽວກັບປ້າຍ ເປັນເຈົ້າການອອກແບບ ຕິດຕັ້ງເລີຍ;
– ສຳນັກງານ ອົງການຂອງລັດ ປ້າຍກະຊວງ, ທະບວງ ອົງການທຽບເທົ່າ ຍັງບໍ່ເປັນແບບຢ່າງ ໃນການຈັດຕັ້ງກົດໝາຍປ້າຍ ໂດຍສະເພາະ ມາດຕາ 17 ສີພື້ນ ແລະສີໂຕໜັງສື ປ້າຍ ໄດ້ກຳນົດ ໃຫ້ໃຊ້ພື້ນສີຟ້າ, ຕົວໜັງສື ສີຂາວ. ແຕ່ໃນຕົວຈິງ ປ້າຍຕັ້ງໜ້າດິນແມ່ນເປັນພື້ນສີຄຳ, ສີດຳ ໜັງສືສີຄຳ ແລະ ສີອື່ນໆ;
– ກົນໄກການປະສານງານ ລະຫວ່າງສູນກາງ ແລະທ້ອງຖິ່ນ ຍັງຊັກຊ້າ, ບາງຄັ້ງແມ່ນບໍ່ມີການປະສານເລີຍ, ຕ່າງຝ່າຍ ຕ່າງປະຕິບັດ ບໍ່ມີຄວາມເປັນເອກະພາບ ຊື່ງເປັນຊ່ອງຫວ່າງ;
– ບໍ່ສາມາດຈຳກັດ ຜູ້ປະກອບການທຸລະກິດເຖື່ອນ ເຊັ່ນ ເຮືອນຢູ່ອາໃສ ກໍສາມາດຊື້ເຄື່ອງຈັກພິມມາຕິດຕັ້ງບໍລິການພິມປ້າຍແບບຊະຊາຍ ຫຼົບຫຼີກພັນທະ ແລະ ບໍ່ຂໍອະນຸຍາດເນື້ອໃນຮູບແບບປ້າຍ ຈິ່ງເຮັດໃຫ້ເກີດມີປ້າຍຈຳນວນໜຶ່ງທີ່ບໍ່ຖືກຕ້ອງ, ທັງເຮັດໃຫ້ ເສຍລາຍຮັບເຂົ້າງົບປະມານ;
– ບໍ່ສາມາດແກ້ໄຂບັນຫາການໂຄສະນາປ້າຍເຄື່ອງດື່ມທາດເຫຼົ້າ, ບໍ່ສາມາດເກັບລາຍຮັບຈາກການໂຄສະນາໄດ້ເລີຍ.
ສໍາລັບກົດໝາຍວ່າດ້ວຍປ້າຍ ສະບັບເລກທີ 50/ສພຊ, ລົງວັນທີ 21 ມິຖຸນາ 2018 ທີ່ນໍາໃຊ້ໃນປັດຈຸບັນ ປະກອບມີ XII ພາກ ແລະ 64 ມາດຕາ ເຊິ່ງຜ່ານມາຍັງບໍ່ທັນມີການປັບປຸງຈັກຄັ້ງ.


