ການຊ້ອມການສະແດງເທື່ອທີ2 ຂອງງານລາຕີສະຫຼອງບຸນກຸດຈີນ 2025 ຂອງCMGສໍາເລັດຢ່າງຈົບງາມ

ວັນທີ 10 ມັງກອນນີ້, ການຊ້ອມການສະແດງເທື່ອທີ2ຂອງງານລາຕີສະຫຼອງບຸນກຸດຈີນ2025 ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ສໍາເລັດລົງຢ່າງຈົບງາມ.
ງານລາຕີສະຫຼອງບຸນກຸດຈີນປີນີ້ ໄດ້ເປີດກິດຈະກຳ “ຜູ້ສຳຜັດງານລາຕີສະຫຼອງບຸນກຸດຈີນ”ເປັນຄັ້ງທຳອິດ ໂດຍໄດ້ເຊີນຄົນທຳມະດາສາມັນເຊິ່ງເປັນແບບຢ່າງທີ່ດີໃນວຽກ ແລະ ການດຳລົງຊີວິດເພື່ອໃຫ້ເຂົາເຈົ້າສຳຜັດຢ່າງໃກ້ຊິດຢູ່ທັງໜ້າສາກ ແລະຫຼັງສາກງານລາຕີສະຫຼອງບຸນກຸດຈີນ.
ນອກນີ້, ງານລາຕີສະຫຼອງບຸນກຸດຈີນປີນີ້ ຍັງຈະຈັດການຖ່າຍທອດພິເສດສຳລັບຄົນພິການຕາ ແລະ ຄົນພິການຫູ ເປັນຄັ້ງທຳອິດ ເພື່ອເຮັດໃຫ້ຜູ້ທີ່ມີບົກຜ່ອງທາງການເບິ່ງເຫັນ ແລະ ທາງການໄດ້ຍິນກໍສາມາດສຳຜັດກັບງານລາຕີສະຫຼອງບຸນກຸດຈີນຄືກັບໄດ້ເບິ່ງເຫັນ ແລະ ໄດ້ຍິນເຊັ່ນດຽວກັນ.
ດັ່ງນັ້ນ, ຜູ້ທີ່ມີຄວາມບົກຜ່ອງທາງການເບິ່ງເຫັນ ແລະ ທາງການໄດ້ຍິນຫຼາຍກວ່າ 45 ລ້ານຄົນໃນທົ່ວປະເທດຈີນຈະຜ່ານຈາກການຖ່າຍທອດພິເສດດັ່ງກ່າວເພື່ອຊື່ນຊົມງານລາຕີສະຫຼອງບຸນກຸດຈີນ ແລະ ຮ່ວມກັນສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ປະເພນີຈີນ.
ນອກນີ້, ແອັບ CMG Mobile ແລະ CCTV NEWS ໄດ້ຈັດຄໍລຳ “ງານລາຕີສະ ຫຼອງບຸນກຸດຈີນ” ເພື່ອລາຍງານຂ່າວຄືບໜ້າຢ່າງຕໍ່ເນື່ອງກ່ຽວກັບສະພາບການກະກຽມງານພ້ອມດ້ວຍຂໍ້ມູນຂ່າວສານຕ່າງໆ ທີ່ມີຄຸນນະພາບດີເພື່ອໃຫ້ການບໍລິການທີ່ສະດວກວ່ອງໄວແກ່ຜູ້ໃຊ້ແອັບເຫຼົ່ານີ້ໃນການຊົມງານສະຫຼອງບຸນກຸດຈີນ 2025 ຜ່ານປະຕູດຽວ.
ທີ່ມາ: CMG





