ຕອນເຊົ້າວັນທີ 16 ພະຈິກນີ້, ການຊ້ອມຮົບຮ່ວມດ້ານການແພດຊ່ວຍເຫຼືອມະນຸດສະທຳຈີນ-ລາວ ທີ່ມີຊື່ລະຫັດວ່າ “ລົດໄຟສັນຕິພາບ-2024” ໄດ້ຈັດພິທີເລີ່ມຕົ້ນຢູ່ນະຄອນຫຼວງວຽງຈັນ. ກົມໃຫຍ່ການເມືອງ ແລະ ກົມໃຫຍ່ເສນາທິການກອງທັບປະຊາ ຊົນລາວ, ການນໍາຂອງທະຫານແຂວງວຽງຈັນ, ທູດທະຫານຈີນປະຈໍາລາວ, ແລະພະນັກງານ-ນັກຮົບກອງທັບຈີນ- ລາວໄດ້ເຂົ້າ ຮ່ວມການຊ້ອມຮົບດັ່ງກ່າວ.
ໃນພິທີເປີດ, ໄດ້ບັນເລັງເພງຊາດຈີນ-ລາວ, ຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນຳ ແລະ ປະສານງານຂອງຈີນຕ່າງໄດ້ປະກອບຄຳເຫັນແລະປະກາດເລີ່ມດຳ ເນີນການຊ້ອມຮົບຮ່ວມຢ່າງເປັນທາງການ.
ທ່ານ ຈ້າວຊົງ, ຫົວໜ້າຄະນະຊີ້ນຳແລະປະສານງານຂອງຈີນກ່າວວ່າ, ຂະບວນລົດໄຟສັນຕິພາບ ໄດ້ເຂົ້າມາຕາມເສັ້ນທາງລົດໄຟລາວ-ຈີນ, ເຊິ່ງຈະເປັນຂະບວນແຫ່ງສັນຕິພາບ, ມິດຕະ ພາບ ແລະ ສຸຂະພາບ, ມັນບໍ່ພຽງແຕ່ແມ່ນການປະຕິບັດຜັນຂະ ຫຍາຍຕາມຄວາມເຫັນດີເຫັນພ້ອມຂອງການຮ່ວມມືທີ່ສຳຄັນຂອງສອງຝ່າຍເທົ່ານັ້ນ ຍິ່ງເປັນມາດຕະການອັນແຂງແຮງເພື່ອລົງເລິກການແລກປ່ຽນ ແລະ ຮ່ວມມືລະຫວ່າງກອງທັບສອງປະເທດໃນດ້ານພະລາທິການ, ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຕື່ມອີກ.
ທ່ານພົນຈັດຕະວາ ຄໍາແພງ ພູມມາແກ້ວ, ຫົວໜ້າກົມເສນາຮັກ ກອງທັບປະຊາຊົນລາວ ໄດ້ກ່າວວ່າ: ການຊ້ອມຮົບຮ່ວມ “ລົດໄຟສັນຕິພາບ” ໃນທຸກຄັ້ງຜ່ານມາລ້ວນແຕ່ໄດ້ຮັບການຕີລາຄາສູງຈາກກອງທັບລາວ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງສາຍພົວ ພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດ ແລະ ສອງກອງທັບ. ການຊ້ອມຮົບຮ່ວມດ້ານການແພດຊ່ວຍເຫຼືອມະນຸດສະທຳຈີນ-ລາວ ຄື “ລົດໄຟສັນຕິພາບ-2024″ ນີ້ ຍ່ອມຈະຍົກສູງຄວາມສາມາດຮ່ວມກັນຮັບມືແລະແກ້ໄຂບັນຍາໄພ ພິບັດໄດ້ແນ່ນອນ.
ການຊ້ອມຮົບຮ່ວມຄັ້ງນີ້ຈະແກ່ຍາວຮອດທ້າຍເດືອນພະຈິກນີ້, ກອງທັບສອງຝ່າຍຈະລະດົມກຳລັງທະຫານເກືອບ 700 ຄົນ ແລະສຸມໃສ່ຫົວຂໍ້ການຊ່ວຍເຫຼືອດ້ານການແພດມະນຸດສະທຳສາກົນໃນໄພພິບັດແຜ່ນດິນໄຫວໂດຍແບ່ງອອກເປັນ 3 ໄລຍະເຊັ່ນ: ການປະສົມການຝຶກຊ້ອມຮ່ວມ, ການຝຶກຊ້ອມຮ່ວມທຸກຂັ້ນຕອນ ແລະການຝຶກຊ້ອມລົງສະໜາມນຳອີກ.ໃນໄລຍະການຊ້ອມຮົບ, ສອງຝ່າຍຍັງຈະຈັດຕັ້ງການເຄື່ອນໄຫວແລກປ່ຽນເຊັ່ນທັດສະນະສຶກສາ ແລະ ການສະແດງສີລະປະວັດທະນະທຳເປັນຕົ້ນ.
ທີ່ມາ: CMG FM93







