ຮ້ານກາເຟ ຊ່ຽງບັກ ແຄມທົ່ງນາບ້ານເຢນເຫີເຂດຖະໜົນຢຽວຈີ ເມືອງຫວງເປີ່ຍ ນະຄອນອູຮັ້ນ ແຂວງຫູເປີຍຂອງຈີນ ກາຍເປັນສະຖານທີ່ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວ ເຮັດໃຫ້ຮ້ານກາເຟແຫແຫ່ງນີ້ ປະສົບຜົນສຳເລັດດ້ານການດຳເນີນທຸລະກິດ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດຂອງຈີນອີກດ້ວຍ.
ຄວາມສຳເລັດຂອງຮ້ານກາເຟ “ຊ່ຽງບັກ” ແມ່ນໄດ້ຄົ້ນພົບຈຸດເຊື່ອມຈອດຄວາມຕ້ອງການຂອງຕົວເມືອງ ແລະ ຊົນນະບົດ. ໃນປັດຈຸບັນເນື່ອງຈາກວິຖີຊີວິດໃນຕົວເມືອງນັບມື້ຈະເລີນກ້າວໜໜ້າຢ່າງວ່ອງໄວ ແລະມີການແຂ່ງຂັນສູງ, ແຕ່ປະຊາຊົນຢາກມີຊີວິດທີ່ໃກ້ຊິດກັບທຳມະຊາດຢູ່ຊົນນະບົດ. ຮ້ານກາເຟ “ຊ່ຽງບັກ” ໄດ້ເຊື່ອມໂຍງກາເຟທີ່ໄດ້ຮັບຄວາມນິຍົມໃນຕົວເມືອງ ກັບທິວທັດທົ່ງນາທີ່ງຽບສະຫງົບ ແລະ ສວຍງາມຂອງຊົນນະບົດຢ່າງມີຫົວຄິດປະດິດສ້າງ ແລະ ໄດ້ຕອບສະໜອງການບໍລິການແບບພິເສດ ເພື່ອດຶງດູດນັກທ່ອງທ່ຽວຈາກຕົວເເມືອງໃຫ້ໄປທ່ຽວເຂດນີ້ນັບມື້ຫລາຍຂຶ້ນ ເຊິ່ງໄດ້ຊຸກຍູ້ສົ່ງເສີມຄວາມມີຊີວິດຊີວາໃນການພັດທະນາເສດຖະກິດຢູ່ຊົນນະບົດໄດ້ເປັນຢ່າງດີ..
ດ້ານການພັດທະນາອຸດສາຫະກຳເຫັນວ່າ, ຮ້ານກາເຟ “ຊ່ຽງບັກ” ໄດ້ເສີມຂະຫຍາຍບົດບາດການເປັນແບບຢ່າງໃນການພັດທະນາແບບເຊື່ອມໂຍງອຸດສາຫະກຳ ໂດຍຖືເອົາທຸລະກິດຮ້ານກາເຟເປັນຈຸດເລເລີ່ມຕົ້ນ ແລ້ວຂະຫຍາຍກວ້າງອອກເປັນອຸດສາຫະກຳຕ່າງໆ, ເປັນຕົ້ນ ຢູ່ບໍລິເວນອ້ອມຂ້າງຮ້ານກາເຟໄດ້ສ້າງເດີ່ນຕັ້ງແຄ້ມ ແລະ ເຮືອນພັກໂຮມສະເຕຫຼາຍແຫ່ງຢູ່ບໍລິເວນອ້ອມຂ້າງ, ໃນອະນາຄົດຈະສ້າງເຂດນີ້ໃຫ້ມີການບໍລິການໂຮມສະເຕທີ່ສົມບູນກວ່າເກົ່າ ໃຫ້ແກ່ນັກທ່ອງທ່ຽວ; ທົດລອງຈັດສົ່ງກາເຟດ້ວຍໂດຣນ, ຄົ້ນຄວ້າຮູບແບບໃໝ່ແຫ່ງການຈໍລະຈອນສິນຄ້າໃນຊົນນະບົດ ແລະ ເປີດກວ້າງຂອບເຂດບໍລິການ ຊື່ງຈະຊ່ວຍຍົກສູງມູນຄ່າເພີ່ມ ແລະ ກຳລັງການ ແຂ່ງຂັນແບບສັງລວມຂອງອຸດສາຫະກຳໃນຊົນນະບົດ ເພີ່ມແຮງຂັບຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດຢູ່ຊົນນະບົດຫລາຍຂຶ້ນ.
ທ່ານ ຫວາງຊວີ່ຈິງ ຜູ້ກໍ່ຕັ້ງຮ້ານກາເຟເປັນພະນັກງານບຳນານ, ແຕ່ຍັງມີຄວາມກະຕືລືລົ້ນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານເກີດ, ຮ່ວມກັບເພື່ອນມິດຈຳນວນໜຶ່ງທີ່ມີຄວາມປາດຖະໜາຮ່ວມກັນກັບຄືນບ້ານເກີດ ເພື່ອດຳເນີນທຸລະກິດໃໝ່. ເຂົາເຈົ້າໄດ້ນຳເອົາແນວຄິດໃນການດຳເນີນທຸລະກິດ, ບົດຮຽນການຄຸ້ມຄອງ ແລະ ຫົວຄິດປະດິດສ້າງທີ່ທັນສະໄໝ, ມາເປັນແຮງຂັບເຄື່ອນໃນການພັດທະນາຊົນນະບົດ. ຂະນະດຽວກັນ, ການໄດ້ຮັບຄວາມນິຍົມຊົມຊອບປັນຢ່າງດີຂອງຮ້ານກາເຟ “ຊ່ຽງບັກ” ໄດ້ດຶງດູດຊາວໜຸ່ມຈຳນວນຫຼວງຫຼາຍໄປບໍລິໂພກ ແລະ ສ້າງວຽກເຮັດງານທໍາ ຈົນມີບາງວິສາຫະກິດມີຈຸດປະສົງຢາກເຂົ້າໄປລົງທືນຢູ່ບ້ານເຢນເຫີ. ນີ້ບໍ່ພຽງແຕ່ໄດ້ນຳເອົາໂອກາດໃໝ່ມາໃຫ້ແກ່ຊົນນະບົດເທົ່ານັ້ນ, ຫາກຍັງໄດ້ສ້າງບັນຍາກາດແຫ່ງການສ້າງທຸລະກິດ ແລະ ການປະດິດສ້າງໃໝ່ທີ່ດີ, ດຶງດູດຜູ້ມີຄວາມຮູ້ຄວາມສາມາດຫຼາຍກວ່າເກົ່າກັບຄືນສູ່ຊົນນະບົດ ແລະ ມີສ່ວນຮ່ວມເຂົ້າໃນການສ້າງສາພັດທະນາຊົນນະບົດ.
ການຂະຫຍາຍຕົວຂອງຮ້ານກາເຟ “ຊ່ຽງບັກ” ຢູ່ນະຄອນອູຮັ້ນບໍ່ເປັນພຽງກໍລະນີໜຶ່ງດຽວ. ໃນກະແສຟອງແຫ່ງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຂອງຈີນ, “ຮ້ານກາເຟໃນຊົນນະບົດ” ໃນຖານະເປັນຮູບແບບອຸດສາຫະກຳທີ່ເກີດໃໝ່, ຄ່ອຍໆເຂົ້າສູ່ສາຍຕາຂອງປະຊາຊົນ. “ຕາມບົດລາຍງານຕະ ຫຼາດກາເຟຈີນ 2024” ສະແດງໃຫ້ເຫັນວ່າ, ປະລິມານສັ່ງກາເຟຢູ່ຕົວເມືອງທີ່ເສດຖະກິດພັດທະນາຂອງຈີນໄດ້ເພີ່ມຂຶ້ນ 250% ເມື່ອທຽບໃສ່ປີ 2023 ແລະ ຈຳນວນຮ້ານກາເຟຂັ້ນເມືອງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ການຂະຫຍາຍຕົວຂອງ “ຮ້ານກາເຟໃນຊົນນະບົດ” ແມ່ນຍ້ອນໄດ້ຮັບຜົນປະໂຫຍດຈາກການຊຸກຍູ້ຂອງຫຼາຍປັດໄຈ. ການສະໜັບສະໜູນດ້ານນະໂຍບາຍແມ່ນປະຖົມປັດໄຈທີ່ສຳຄັນ, ການຈັດຕັ້ງປະຕິບັດແຜນຍຸດທະສາດໃນການພັດທະນາຊົນນະບົດຂອງຈີນ ໄດ້ສ້າງໂອກາດໃນການພັດທະນາຫຼາຍກວ່າເກົ່າໃຫ້ແກ່ເຂດຊົນນະບົດ, ມາດຕະການຕ່າງໆຂອງລັດຖະບານໃນການສະໜັບສະໜູນດ້ານນະໂຍບາຍ ດຶງດູດຜູ້ມີຄວາມຮູ້ຄວາມສາມາດກັບຄືນໄປດຳເນີນທຸລະກິດຢູ່ບ້ານເກີດ ແລະ ອື່ນໆ, ໄດ້ສ້າງສະພາບແວດລ້ອມດ້ານນະໂຍບາຍທີ່ດີໃຫ້ແກ່ທຸລະກິດ “ຮ້ານກາເຟຢູ່ຊົນນະບົດ”; ຄວາມຕ້ອງການດ້ານການຕະຫຼາດເປັນແຮງຂັບເຄື່ອນພາຍໃນ, ຄຽງຄູ່ກັບການຫັນປ່ຽນທັດສະນະການບໍລິໂພກ ແລະ ລະດັບຊີວິດການເປັນຢູ່ໄດ້ຮັບການຍົກສູງຂຶ້ນຂອງຊາວຈີນ, ກຸ່ມຄົນທີ່ສະແຫວງຫາຮູບແບບການດຳລົງຊີວິດທີ່ມີຄຸນນະພາບສູງ ແລະ ມີເອກະລັກພິເສດ.
ການຂະຫຍາຍຕົວຂອງ “ຮ້ານກາເຟຊົນນະບົດ” ເປັນຕົວແບບທີ່ມີຊີວິດຊີວາຂອງຍຸດທະສາດໃນການພັດທະນາຊົນນະບົດຂອງຈີນ. ມັນບໍ່ພຽງແຕ່ໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ເສດຖະກິດຢູ່ຊົນນະບົດເທົ່ານັ້ນ, ຫາກຍັງໄດ້ກາຍເປັນກຳລັງແຮງສຳຄັນທີ່ຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງຕົວເມືອງ ແລະ ຊົນນະບົດ. ໃນອະນາຄົດ, ຄຽງຄູ່ກັບການປະດິດສ້າງດ້ານເຕັກໂນໂລຊີ ການພັດທະນາຂອງຕະຫຼາດ ແລະ ການສະໜັບສະໜູນດ້ານນະໂຍບາຍເສີມຂະຫຍາຍບົດບາດຢ່າງຕໍ່ເນື່ອງ, “ຮ້ານກາເຟຊົນນະບົດ” ຈະເສີມຂະຫຍາຍບົດບາດຫຼາຍກວ່າເກົ່າໃນການຍົກລະດັບເສດຖະກິດຢູ່ຊົນນະບົດ, ປັບປຸງຜະລິດຕະພັນການທ່ອງທ່ຽວຊົນນະບົດໃຫ້ສົມບູນ, ສືບທອດວັດທະນະທຳໃນຊົນນະບົດ ແລະອື່ນໆເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ໃຫ້ນັບມື້ຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.
ຂ່າວ: ຈັນທະສອນ ສີຫານາດ






