ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ພະຈິກ 2024. ສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ປະກອບຄໍາເຫັນໃສ່ບົດລາຍ ງານຂອງລັດຖະບານ ເຊິ່ງມີຫລາຍທ່ານໄດ້ຜັດປ່ຽນກັນປະກອບຄໍາເຫັນໃນຫລາຍບັນຫາທີ່ສໍາຄັນ.
ທ່ານ ນາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄໍາເຫັນສະເໜີໃຫ້ລັດຖະບານຄົ້ນຄວ້າກ່ຽວກັບນັກຮຽນ- ນັກສຶກສາທີ່ໄດ້ໃບປະກາສະນະຍະບັດແດງ ຄວນໃຫ້ບູລິມະສິດໃນການເຂົ້າເຮັດວຽກຕາມຂະແໜງທີ່ໄດ້ຮຽນມາ ເຊິ່ງຜ່ານມາສາຍສາມັນເຮັດໄດ້ແລ້ວ ໂດຍການໃຫ້ທຶນຮຽນຕໍ່ວິຊາຊີບເມື່ອຮຽນຈົບສາຍສາມັນ, ແຕ່ເມ່ືອຮຽນຈົບໃນລະດັບວິທະຍາໄລ ແລະ ມະ ຫາວິທະຍາໄລ ຍັງບໍ່ມີບູລິມະສິດໃຫ້ໃນການເຂົ້າເຮັດວຽກ. ຕໍ່ບັນຫານີ້, ຖ້າເຮັດໄດ້ ຈະເຮັດໃຫ້ລູກຫຼານລາວສົນໃຈການຮຽນຫຼາຍຂຶ້ນ.
ນອກຈາກນີ້ ທ່ານຍັງປະກອບຄໍາເຫັນວ່າ: ຄຸນນະພາບການສຶກສາຈະດີກະຂຶ້ນຢູ່ຫຼາຍປັດໃຈ ນັກຮຽນຕ້ອງຕັ້ງໃຈ ແລະ ມີຄວາມກະຕືລືລົ້ນໃນການຮຽນ, ສ່ວນຄູສອນຕ້ອງມີຄຸນນະ ພາບ ແລະ ພໍ່ແມ່ຜູ້ປົກຄອງ ຕ້ອງສະໜັບສະໜູນລູກໃນການ ສຶກສາ ລວມເຖິງສິ່ງແວດລ້ອມສັງຄົມທີ່ດີ. ສະເພາະໃນນະຄອນ ຫຼວງວຽງຈັນ, ການຮຽນໃນເຂດຊົນນະບົດ ຍັງໂຕນກັນຫລາຍຖ້າທຽບໃສ່ການຮຽນໃນເມືອງ, ຄູບໍ່ມີ, ຄູບໍ່ພໍ ຈົບວິຊາໜຶ່ງກັບມາສອນວິຊາໜຶ່ງ ເຮັດໃຫ້ການສຶກສາບໍ່ມີຄຸນນະພາບ. ສະນັ້ນ ກະ ຊວງສຶກສາທິການ ແລະ ກິລາ ຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫານີ້ຄືນໃໝ່.



