ທ່ານ Mushahid Hussain, ອະດີດຄະນະກໍາມາທິການທະຫານ ວຸດທິສະພາປາກິສຖານ ກ່າວໃນລາຍການ Global South Voices ຂອງໂທສະພາບສາກົນຈີນ ຫລື CGTN ວ່າ: “ໃນບົດຄວາມຂອງໜັງສືພິມ New York Times ໄດ້ລາຍງານວ່າ: ເມື່ອ 40 ປີກ່ອນໜ້ານີ້, ຜູ້ຊ່ຽວຊານເຊື່ອວ່າ: ການສ້າງສັງຄົມນິຍົມທີ່ມີີສີສັນພິເສດຂອງ ສປ ຈີນ ຈະບໍ່ສໍາເລັດ, ເຊິ່ງຈີນຍັງລໍຖ້າເບິ່ງຄວາມບໍ່ສໍາເລັດນັ້ນຢູ່ ເພາະປັດຈຸບັນຈີນຍັງບໍ່ມີຫຍັງທີ່ບໍ່ປະສົບຜົນສໍາເລັດ. ຄວາມຄິດດັ່ງກ່າວແມ່ນບໍ່ສອດຄ່ອງກັບຄວາມເປັນຈິງໃນຄວາມສໍາເລັດທີ່ຍິ່ງໃຫຍ່ຂອງຈີນ” ທ່ານກ່າວວ່າ: ຕອນນີ້ ມີການເວົ້າເຖິງທິດສະດີຂອງ ແອນໂທນີ່ ບິງເຄນ, ລວມເຖີງກວດສອບການພັດທະນາບົດບາດທີ່ນັບມື້ດີຂຶ້ນຂອງຈີນໃນເວທີສາກົນ.
ເມື່ອເວົ້າເຖິງບົດບາດຂອງຈີນໃນໂລກປັດຈຸບັນທີ່ປ່ຽນແປງໄປ, ທ່ານ Einar Tangen, ນັກວິຈານຊາວອາເມລິກາ ແລະ ນັກວິໄຈອາວຸໂສຂອງສະຖາບັນ Taihe ໄດ້ເນັ້ນຢໍ້າວ່າ: ບົດບາດຂອງຈີນໃນການຈັດລະບຽບໂລກນັ້ນແມ່ນແຕກຕ່າງກັບອາເມລິກາທີ່ສະແຫວງຫາຜົນປະໂຫຍດຈາກຊາດອື່ນມາຕະຫລອດ, ທັ້ງນີ້ ເນື່ອງຈາກແນວທາງການພັດທະນາຂອງຈີນແມ່ນຢູ່ບົນພື້ນຖານການເຄົາລົບເຊິ່ງກັນ ແລະ ກັນ, ການສ້າງຄວາມເຫັນດີເຫັນພ້ອມ ແລະ ຄວາມກ້າວໜ້າທາງດ້ານເສດຖະກິດ ໂດຍບໍ່ມີການຍຶດໝັ້ນອຸດົມການ. ນອກຈາກນີ້ ທ່ານຍັງກ່າວເຖິງວິທີການຂອງຈີນໃນຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ (BRI) ແລະ BRICS ເພື່ອຊຸກຍູ້ສົ່ງເສີມຄວາມເປັນລະບຽບຮຽບຮ້ອຍສາກົນແບບໃໝ່ທີ່ມີການຮ່ວມມື, ເຊິ່ງກົງກັນຂ້າມກັບລະບົບການນຳຂອງອາເມລິກາທີ່ມີເປົ້າໝາຍເພື່ອຮັກສາອໍານາດການປົກຄອງ.
ສ່ວນ ທ່ານ Roberto Savio, ຜູ້ກໍ່ຕັ້ງອົງການຂ່າວ Inter Press Service (IPS) ໄດ້ອະທິບາຍເຖິງການປ່ຽນແປງປະຫວັດສາດ ໂດຍລະບຸວ່າ: ຈີນ ກັບມາເປັນມະຫາອໍານາດຂອງໂລກອີກຄັ້ງ. ທ່ານຊີ້ໃຫ້ເຫັນວ່າ: ການເຄື່ອນໄຫວຂອງອໍານາດໂລກພວມຢູ່ໃນໄລຍະການຫັນປ່ຽນ ເພາະອິດທິພົນຂອງອາເມລິກາໄດ້ຫຼຸດລົງ ແລະ ການແບ່ງກຸ່ມອໍານາດເພີ່ມຂຶ້ນ. ທ່ານ Roberto Savio ກ່າວວ່າ: “ວິກິດການຂອງໂລກ ເຊັ່ນ: ການປ່ຽນແປງດິນຟ້າອາກາດ ແລະ ປະຊາກອນຫຼຸດລົງຮຽກຮ້ອງໃຫ້ມີການຮ່ວມມືທົ່ວໂລກ, ແຕ່ສະຫະລັດຍັງຕິດຢູ່ໃນນະໂຍບາຍເກົ່າທີ່ບໍ່ທັນສະໄຫມ”, ພ້ອມທັງເນັ້ນຢໍ້າເຖີງຄວາມສຳຄັນຂອງຄວາມຫຼາກຫຼາຍດ້ານອຸດົມການ ແລະ ການປົກຄອງ ໂດຍສະເໜີວ່າ: ການຮ່ວມມືລະຫວ່າງບັນດາປະເທດທີ່ມີວັດທະນະທຳ ແລະ ອຸດົມຄະຕິທີ່ແຕກຕ່າງກັນ ແມ່ນສິ່ງຈຳເປັນເພື່ອແກ້ໄຂບັນຫາຂອງໂລກ.
ຂະນະທີ່, ທ່ານ Sous Yara, ໂຄສົກພັກປະຊາຊົນກຳປູເຈຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນທາງການທູດຫຼາຍຝ່າຍ ແລະ ການເຕີບໃຫຍ່ໂດຍສັນຕິຂອງຈີນ ໂດຍສະເພາະແມ່ນບັນດາຂໍ້ລິເລີ່ມ ເຊັ່ນ: ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ (BRI). ພ້ອມທັງເນັ້ນໜັກວ່າ: ວິທີການຂອງຈີນແມ່ນສຸມໃສ່ການເຄົາລົບເຊິ່ງກັນ ແລະ ກັນ, ຄວາມໄວ້ເນື້ອເຊື່ອໃຈກັນ ແລະ ການຮ່ວມມືກັນ ໂດຍບໍ່ມີການບັງຄັບທາງອຸດົມການ, ການຊ່ວຍເຫລືອຂອງຈີນ, ລວມທັງຂໍ້ລິເລີ່ມການພັດທະນາໂລກ, ການຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມື ຊ່ວຍເຊື່ອມຕໍ່ຊ່ອງຫວ່າງລະຫວ່າງປະເທດຕ່າງໆ.
ສຳລັບກຳປູເຈຍ ແລະ ອາຊີຕາເວັນອອກສ່ຽງໃຕ້, ການນຳຂອງຈີນຊ່ວຍຊຸກຍູ້ສົ່ງເສີມນະໂຍບາຍການຕ່າງປະເທດ ແລະ ການພົວພັນທາງດ້ານການຄ້າທີ່ສົມດຸນ ໂດຍເນັ້ນໃສ່ການແກ້ໄຂຄວາມແຕກຕ່າງກັນໂດຍສັນຕິ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ສ່ວນທ່ານ Fred M’membe, ປະທານພັກສັງຄົມນິຍົມ Zambia ກ່າວວ່າ: ການພົວພັນຈີນ-ອາຟິຼກາ ໄດ້ເປັນແບບຢ່າງທີ່ດີໃນການຮ່ວມມືໃຕ້ໃຕ້, ພ້ອມທັງໄດ້ຍົກໃຫ້ເຫັນສາຍພົວພັນທາງປະຫວັດສາດລະຫວ່າງຈີນກັບອາຟຼິກາ, ເນັ້ນໜັກເຖິງການສະໜັບສະໜູນຂອງຈີນໃນການປົດປ່ອຍ, ອະທິປະໄຕ, ເອກະລາດຂອງອາຟຼິກາ. ທ່ານຊີ້ອອກວ່າ: ຈີນ ປະຕິບັດຕໍ່ບັນດາປະເທດອາຟຼິກາດ້ວຍຄວາມເຄົາລົບ ແລະ ສະເໝີພາບ, ເຊິ່ງແຕກຕ່າງຈາກແນວທາງຂອງບາງປະເທດຕາເວັນຕົກ. ພ້ອມນີ້, ທ່ານ Fred M’membe ສະຫນັບສະຫນູນວິໄສທັດຂອງຈີນກ່ຽວກັບການຮ່ວມມືລະດັບທົ່ວໂລກ ແລະ ຫຼາຍຝ່າຍ, ພ້ອມທັງຍົກໃຫ້ເຫັນວ່າ: ການກະທໍາຂອງຈີນນັ້ນແມ່ນແຕກຕ່າງກັນຢ່າງຊັດເຈນກັບແນວຄິດຂອງອາເມລິກາ.

ທີ່ມາ: https://news.cgtn.com/news/2024-09-25/Zero-sum-game-or-win-win-cooperation–1xa8EKUREas/p.html


