ການທ່ອງທ່ຽວໃນໄລຍະ “ອາທິດຄໍາ” ຂອງຈີນ ຊ່ວຍຊຸກຍູ້ການທ່ອງທ່ຽວໂລກ

ອີງຕາມຂໍ້ມູນຈາກກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ, ໃນໄລຍະພັກບຸນວັນ ຊາດ ແລະ ບຸນໄຫວ້ພະຈັນ ປະຈໍາປີ 2025 ເປັນເວລາ 8 ວັນ (1-8 ຕຸລາ) ເຊິ່ງເອີ້ນວ່າ “ອາທິດຄໍາ” ຫຼື Golden Week, ປະເທດຈີນມີຈໍານວນການທ່ອງທ່ຽວພາຍໃນປະເທດ 888 ລ້ານຄົນ, ເພີ່ມຂຶ້ນ 123 ລ້ານຄົນ ເມື່ອທຽບໃສ່ໄລຍະພັກວັນຊາດປີ 2024, ສາມາດສ້າງລາຍຮັບໃຫ້ແກ່ການທ່ອງທ່ຽວພາຍໃນປະເທດ ທັງໝົດ 809 ຕື້ຢວນ (ປະມານ 113,58 ຕື້ໂດລາສະຫະລັດ), ເພີ່ມຂຶ້ນ 108,19 ຕື້ຢວນເມື່ອທຽບໃສ່ໄລຍະພັກວັນຊາດປີ 2024.
ໃນໄລຍະ Golden Week ຂອງຈີນ ປີ 2025, ນອກຈາກນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາທ່ອງທ່ຽວປະເທດຈີນຢ່າງຄຶກຄື້ນ. ການທ່ອງທ່ຽວອອກໄປທ່ຽວຢູ່ຕ່າງປະເທດຂອງນັກທ່ອງທ່ຽວຈີນ ກໍເປັນຂະບວນກວ້າງຂວາງດີ. ສື່ມວນຊົນຕ່າງປະເທດຫຼາຍສໍານັກໄດ້ລາຍງານວ່ານັກທ່ອງທ່ຽວຈີນເປັນແຮງຂັບເຄື່ອນສໍາຄັນໃນການຊ່ວຍຊຸກຍູ້ການທ່ອງທ່ຽວໂລກ.
ເວັບໄຊ The Nation ຂອງໄທ ຊີ້ໃຫ້ເຫັນທ່າອ່ຽງໃຫມ່ໃນການເດີນທາງອອກນອກປະເທດຂອງນັກທ່ອງທ່ຽວຈີນ ໂດຍວິເຄາະວ່ານັກທ່ອງທ່ຽວຈີນມີທ່າອ່ຽງໃນການໃຊ້ຈ່າຍຫຼາຍຂຶ້ນກັບປະສົບການພິເສດ, ລວມທັງການພັກເຊົາໃນໂຮງແຮມ ແລະ ການບໍລິການສ່ວນຕົວ.
ອີກທ່າອ່ຽງໜຶ່ງໂດດເດັ່ນ ແມ່ນການເຕີບໂຕຂອງ “ເສດຖະກິດແຫ່ງຄວາມສຸກ” ເຊິ່ງນັກທ່ອງທ່ຽວບໍ່ພຽງແຕ່ເອົາໃຈໃສ່ໃນການທ່ອງທ່ຽວເທົ່ານັ້ນ, ຫາກຍັງເອົາໃຈໃສ່ກັບຄຸນຄ່າທາງອາລົມລະຫວ່າງການເດີນທາງ ເຊັ່ນ: ການສ້າງຄວາມຊົງຈໍາທີ່ສວຍງາມກັບຄອບຄົວ, ການຄົ້ນຫາຫາບ່ອນທ່ຽວຊົມທີ່ໂດ່ງດັງຜ່ານສື່ອອນລາຍ ແລະ ເຂົ້າເຖິງປະສົບການໃຫມ່ໆ ທີ່ບໍ່ເຄີຍເຫັນ ແລະ ພິເສດ.
ເວັບໄຊ The Daily Sabah ຂອງຕຸຣາເຄຍ ລາຍງານວ່າ ນັກທ່ອງທ່ຽວຊາວຈີນ ຈໍານວນຫຼາຍເລືອກເມືອງຄັປປາໂດເຊຍເປັນຈຸດໝາຍປາຍທາງ ເຊິ່ງເປັນສະຖານທີ່ທີ່ມີຊື່ສຽງໃນການຂີ່ບັນລູນຊົມທິວທັດທີ່ສວຍງາມ, ຂີ່ມ້າ ແລະການທ່ຽວແບບຂີ່ລົດວິບາກ ເຊິ່ງ ນັກທ່ອງທ່ຽວຈີນໄດ້ກາຍເປັນແຮງຂັບເຄື່ອນທີ່ສໍາຄັນສໍາລັບການທ່ອງທ່ຽວໃນທ້ອງຖິ່ນ.

ເວັບໄຊ The Star ຂອງມາເລເຊຍ ເຜີຍແຜ່ບົດຄວາມທີ່ຊື່ວ່າ “ອາທິດຄໍາຂອງຈີນນໍາຜົນປະໂຫຍດມາສູ່ການທ່ອງທ່ຽວເກາະປີນັງ” ໂດຍລະບຸວ່າ ພາຍໃຕ້ນະໂຍບາຍຍົກ ເວັ້ນວີຊາ ແລະ ການເພີ່ມຖ້ຽວບິນ, ນັກທ່ອງທ່ຽວຈາກເມືອງໃຫຍ່ຂອງປະຈີນ ຍັງຫລັ່ງໄຫລເດີນທາງໄປທ່ອງທ່ຽວເກາະປີນັງ. ຖະຫນົນຫົນທາງ, ຫາດຊາຍ ແລະ ຮ້ານອາຫານຕາມຖະຫນົນຂອງເກາະດັ່ງກ່າວເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນ. ຜູ້ປະກອບການເປີດເຜີຍວ່າ ໃນປີນີ້, ຈໍານວນນັກທ່ອງທ່ຽວເພີ່ມຂຶ້ນປະມານ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ, ໂດຍມີນັກທ່ອງທ່ຽວຈໍານວນຫຼາຍທີ່ເຄີຍເດີນທາງມາທ່ອງທ່ຽວແລ້ວກັບຄືນມາທ່ອງທ່ຽວອີກ ແລະ ແບ່ງປັນປະສົບການເດີນທາງຜ່ານທາງອອນລາຍ ເຮັດໃຫ້ດຶງດູດນັກທ່ອງທ່ຽວກຸ່ມໃໝ່ຢ່າງຕໍ່ເນື່ອງ.
ນອກຈາກນີ້, ຍັງມີຈຸດໝາຍປາຍທາງຕ່າງປະເທດທີ່ເປັນ “ທີ່ນິຍົມໃໝ່ ຫຼື ມ້າມືດ” ເຊັ່ນ: ກາຊັກສະຖານ ແລະ ອຸດສະເບກິດສະຖານໃນອາຊີກາງ. ພ້ອມນີ້, ຫຼັງຈາກທີ່ອາຟຣິກາໃຕ້ໄດ້ນໍາໃຊ້ລະບົບ e-Visa, ຈໍານວນນັກທ່ອງທ່ຽວຈີນເພີ່ມຂຶ້ນເກືອບ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ອີງຕາມຂໍ້ມູນຈາກບໍລິສັດຕົວແທນການທ່ອງທ່ຽວທາງອິນເຕີເນັດທີ່ສໍາຄັນຂອງປະເທດ, ໃນນັ້ນ ລວມເຖິງTrip.com ແລະ Fliggy ສະແດງໃຫ້ເຫັນວ່າອັດຕາການຈອງສໍາລັບການເດີນທາງໄລຍະໄກໃນປະເທດຈີນທີ່ສິ້ນສຸດໃນວັນທີ 8 ຕຸລານີ້ ເພີ່ມຂຶ້ນ 3% ເມື່ອປຽບໃສ່ໄລຍະພັກວັນຊາດຂອງຜ່ານມາ. ໃນຂະນະທີ່ນັກທ່ອງທ່ຽວຊາວຈີນອອກເດີນ ທາງໄປທ່ອງທ່ຽວຕ່າງປະເທດຫຼາຍກວ່າ 180 ປະເທດ ແລະ ເຂດແຄວ້ນທົ່ວໂລກ, ເຊິ່ງໃນນັ້ນລວມທັງການທ່ອງທ່ຽວໃນບັນດາປະເທດສະມາຊິກອາຊຽນ ເຊິ່ງລວມທັງປະເທດລາວ ໂດຍມີລົດໄຟ ລາວ-ຈີນ ເປັນຕົວຂັບເຄື່ອນທີ່ສໍາຄັນໃນການດຶງດູດນັກທ່ອງທ່ຽວຈີນເຂົ້າມາທ່ອງທ່ຽວລາວ.

ການທ່ອງທ່ຽວຕ່າງປະເທດຂອງນັກທ່ອງທ່ຽວຈີນ ໃນໄລຍະ “ອາທິດຄໍາ” ປີ 2025. ນອກຈາກຊ່ວຍຊຸກຍູ້ເສດຖະກິດພາຍໃນປະເທດຈີນ ຍັງຊ່ວຍຊຸກຍູ້ການທ່ອງທ່ຽວໂລກໃຫ້ມີບັນຍາກາດທີ່ຄຶກຄື້ນເມື່ອທຽບໃສ່ໄລຍະຜ່ານມາ ເຊິ່ງບໍ່ພຽງແຕ່ເຮັດໃຫ້ບໍລິສັດທ່ອງທ່ຽວພາຍໃນປະເທດຈີນທີ່ນໍາພານັກທ່ອງທ່ຽວຈີນໄປທ່ຽວຕ່າງປະເທດດີຂຶ້ນ, ຍັງໄດ້ໃຫ້ກຳລັງແຮງໃຈແກ່ຜູ້ປະກອບການທ່ອງທ່ຽວໃນປະເທດຕ່າງໆ ອີກດ້ວຍ, ພ້ອມນີ້ ຍັງເຮັດໃຫ້ຈີນເປັນຕະຫຼາດໃຫຍ່ທີ່ສຸດທີ່ມີນັກທ່ອງໄປທ່ຽວຕ່າງປະເທດຫຼາຍທີ່ສຸດຢູ່ໃນໂລກເປັນເວລາຫຼາຍປີລຽນຕິດກັນ ແລະ ນັກທ່ອງທ່ຽວຈີນແມ່ນກຸ່ມຄົນໃຫຍ່ທີ່ສຸດໃນການບໍລິໂພກຢູ່ຕ່າງປະເທດ ເຮັດໃຫ້ ຜູ້ປະກອບການດ້ານການທ່ອງທ່ຽວ ກໍຄື ລັດຖະບານຂອງປະເທດຕ່າງໆ ມີຄວາມປາດຖະໜາຢາກຕ້ອນຮັບນັກທ່ອງທ່ຽວຈີນເຂົ້າໄປທ່ອງທ່ຽວປະເທດຕົນນັບມື້ເພີ່ມຂຶ້ນຢ່າງບໍ່ຕ້ອງສົງໄສ ເພາະການທ່ອງທ່ຽວຖືເປັນເສດຖະກິດປາຍແຫຼມຂອງຫຼາຍປະເທດທົ່ວໂລກ.


