ການນຳກອງພົນທີ 4 ອວຍພອນກອງບັນຊາການທະຫານແຂວງກວາງຈິ ແລະ ກອງບັນຊາການທະຫານຊາຍແດນແຂວງກວາງຈິ

ໃນວັນທີ 23 ມັງກອນ 2025, ການນຳກອງພົນທີ 4 ເຊິ່ງນໍາໂດຍ ສະຫາຍ ພັນ ເອກ ໃຈເພັດ ວົງແສນສົມ ຫົວໜ້າການ ເມືອງກອງພົນທີ 4 ພ້ອມຄະນະ, ໄດ້ເດີນ ທາງຢ້ຽມຢາມ ແລະ ອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງກວາງຈິ ແລະ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ເນື່ອງໃນໂອກາດບຸນປີໃໝ່ຂອງຫວຽດນາມ ປະຈຳປີ 2025 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ທຽວ ດັ໋ງ ແອັງ ຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງກວາງຈິ ແລະ ສະຫາຍ ພັນເອກ ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວາງຈິ ພ້ອມຄະນະ.
ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ໄດ້ຕາງໜ້າໃຫ້ຄະນະ ພັກ-ຄະນະບັນຊາ ນາຍ ແລະ ພົນທະຫານທົ່ວກອງພົນທີ 4 ໄດ້ນຳເອົາໄມຕີຈິດມິດຕະພາບ ຄວາມສາມັກຄີຮັກແພງອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດ ມາຍັງຄະນະພັກ-ຄະນະບັນຊາ ທັງ 2 ກົມກອງ ພ້ອມດ້ວຍນາຍ ແລະ ພົນທະຫານ ຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກທັງຊີວີວິດ ສ່ວນຕົວ ແລະ ຄອບ ຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານອັນໃຫຍ່ຫຼວງ ທີ່ພັກ-ລັດ ແລະ ປະຊາຊົນ ຊາວຫວຽດນາມ ມອບ ໝາຍໃຫ້ໄດ້ເປັນຢ່າງດີ, ອວຍພອນຄວາມສາມັກຄີແບບພິເສດ, ການພົວພັນຮ່ວມ ມືຮອບດ້ານ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ປະຊາຊົນລາວ- ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນກອງພົນທີ 4 ກັບ ກອງບັນຊາການທະຫານເເຂວງກວາງຈິ , ກອງບັນຊາການທະ ຫານຊາຍແດນແຂວງກວາງ ໃຫ້ກ້າວເຂົ້າສູ່ລວງເບິກ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າເລື້ອຍໆ.
ໂອກາດດັ່ງກ່າວ, ຕາງໜ້າໃຫ້ທັງ 2 ກົມກອງ ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ພັນເອກ ໃຈເພັດ ວົງແສນສົມ ພ້ອມຄະນະ ທີ່ໄດ້ສະຫຼະເວລາຈາກແຜນວຽກງານຕ່າງໆ ເພື່ອເດີນທາງມາຢຽ້ມຢາມ ແລະ ອວຍພອນໄຊອັນປະເສີດ ໃນຄັ້ງນີ້ ພ້ອມທັງຫວັງຢ່າງຍິ່ງວ່າຄວາມສາມັກຄີຮັກແພງ, ການພົວພັນຮ່ວມມືຮອບດ້ານ ຈະສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດນີ້ໃຫ້ໝັ້ນຄົງທະນົງແກນຕະ ຫຼອດໄປ.
Cr. ບົວຄຳ ທອງລັດສະໝີ ກອງພົນທີ 4



