ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳກະຊວງ ປກສ ລົງຕິດຕາມສະພາບນໍ້າຖ້ວມໃນນະຄອນ ຫຼວງວຽງຈັນ

Sep 14, 2024

ຕອນເຊົ້າວັນທີ 14 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ ພ້ອມການນຳກະຊວງ ປກສ ລົງຕິດຕາມສະພາບນໍ້າ ຂອງ ຢູ່ເຂດຫຼັກ 4 (ບ. ພັນໝັ້ນ) ເມືອງ ສີສັດຕະນາກ ແລະ ບ້ານດ່ານຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ທ່ານຍັງໄດ້ນຳເອົາວັດຖຸປັດໄຈ ໃນນີ້ ມີເງິນສົດ 200.000.000 ກີບ, ນໍ້າດື່ມ 400 ແພັກ, ອາຫານແຫ້ງເຄິ່ງສຳເລັດຮູບ 400 ແກັດ ມອບໃຫ້ກຳລັງປະຈຳການທີ່ປະຕິບັດໜ້າທີ່ປ້ອງກັນໄພນໍ້າຖ້ວມຢູ່ຕາມຈຸດຕ່າງໆ; ຕາງໜ້າຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ.
ພາບ-ຂ່າວ: ຄຳໂຖ.