ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳຂັ້ນສູງພັກ-ລັດ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ

Dec 1, 2025

ຕອນເຊົ້າມື້ນີ້(01 ທັນວາ 2025)ການນຳຂັ້ນສູງພັກ-ລັດ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຫຼື ວັນຊາດທີ 2 ທັນວາ ຄົບຮອບ 50 ປີ (02 ທັນວາ 1975 – 2025).
ການວາງພວງມາລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້, ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດລາວ ທີ່ໄດ້ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 02 ທັນວາ 1975.


ພາຍຫຼັງສຳເລັດການວາງພວງມາລາ, ການນຳຂັ້ນສູງພັກ-ລັດ ໄດ້ສືບຕໍ່ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມ​ວິ​ຫານ ທີ່ໄດ້ເສຍ​ສະຫຼະເຫື່ອແຮງ, ສຸມສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານ​ຂອງ​ພວກ​ຈັກ​ກະ​ພັດ​ລ່າ​ເມືອງ​ຂຶ້ນ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ພາຍຫຼັງສະຖາປານາ ສປປ ລາວ, ເພິ່ນຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມ ແລະ ຊອກຫາແນວທາງການປ່ຽນແປງໃໝ່ ຊຶ່ງໄດ້ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ. ຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ ແມ່ນໃຫຍ່ຫຼວງທີ່ສຸດ ເພິ່ນໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ ໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ.


ວັນຊາດທີ 02 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໃນເວທີປະຊາຄົມໂລກ, ທັງແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ.