ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳຂັ້ນສູງ ພັກ-ລັດ ຕ້ອນຮັບທູຕານຸທູດຜູ້ຕາງໜ້າອົງການຈັດຕັ້ງສາກົນ ເຂົ້າອວຍພອນວັນຊາດ

Nov 30, 2024

ໃນວັນທີ 29 ພະຈິກ 2024 ນີ້, ການນຳຂັ້ນສູງ ພັກ-ລັດຖະ ບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນ ຮັບການເຂົ້າອວຍພອນຂອງບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ນຳໂດຍ ທ່ານ ໂອຮານ ໄອຊິກ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາ ສປປ ລາວ, ທູດອາວຸໂສ ໃນໂອ ກາດວັນສະຖາປະນາ ສປປ ລາວ ຄົບຮອບ 49 ປີ ແລະ ປີໃໝ່ ສາກົນ 2025.
ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ມາຍັງທ່ານທູດອາວຸໂສ ໃນນາມຕາງໜ້າຄະນະທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ທີ່ໄດ້ກ່າວຄຳອວຍພອນ ດ້ວຍຄຳເວົ້າອັນຈົບງາມ ຕໍ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ລັດຖະບານ ແລະ ປະຊາຊົນລາວ ເຊິ່ງເປັນການຢັ້ງຢືນ ແລະ ສະແດງເຖິງໄມຕີຈິດ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງປະເທດຂອງບັນດາທ່ານ ແລະ ອົງການຈັດຕັ້ງສາກົນຕ່າງໆ ມີຕໍ່ ສປປ ລາວ, ທັງເປັນກໍາລັງໃຈອັນໃຫຍ່ຫລວງໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ປະຕິບັດພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສືບຕໍ່ໄປຢ່າງບໍ່ຢຸດຢັ້ງ.
ທ່ານ ທອງລຸນ ສີສຸລິດ ກ່າວອີກວ່າ: ປະຊາຊົນລາວ ມີຄວາມເອກອ້າງທະນົງໃຈ ຕໍ່ບັນດາຜົນງານ ທີ່ ສປປ ລາວ ບັນລຸໄດ້ບົນເສັ້ນທາງ ທີ່ລະອິດລະອ້ຽວ ແຫ່ງການພັດທະນາ ໃນຕະຫລອດ ໄລຍະ 49 ປີຜ່ານມາ. ໃນໂອກາດນີ້, ພວກຂ້າພະເຈົ້າ ບໍ່ພຽງແຕ່ສະແດງຄວາມຮູ້ບຸນຄຸນ ຕໍ່ການເສຍສະຫລະ ຂອງຄົນຮຸ່ນກ່ອນທີ່ໄດ້ນຳພາພາລະກິດຕໍ່ສູ້ນຳເອົາເອກະລາດມາໃຫ້ປະເທດຊາດ ແລະ ສືບຕໍ່ນຳພາພາລະກິດພັດທະນາປະເທດຊາດ ຕາມແນວທາງປ່ຽນ ແປງໃໝ່ເທົ່ານັ້ນ, ຫາກຍັງແມ່ນໂອກາດໄດ້ຮັບຮູ້ ແລະ ຢືນຢັນເຖິງຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມຕັດສິນໃຈ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາ ຂອງພັກ ແລະ ລັດຖະບານ ເພື່ອພ້ອມກັນ ສືບຕໍ່ສ້າງອະນາຄົດອັນສົດໃສ ເພື່ອພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ສ້າງຄວາມວັດທະນະຖາວອນຕໍ່ໄປ ຢ່າງບໍ່ຢຸດຢັ້ງ.
ໃນປີ 2024, ເຖິງວ່າ ສປປ ລາວ ຈຜະເຊີນກັບຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍນາໆປະການກໍຕາມ, ແຕ່ດ້ວຍຄວາມພະ ຍາຍາມຂອງທົ່ວລະບົບການເມືອງ, ການບໍລິຫານ-ຄຸ້ມຄອງຂອງລັດຖະບານ ແລະ ຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນລາວທັງຊາດ, ບວກກັບການສະໜັບສະໜູນ ແລະ ຊ່ວຍເຫລືອຂອງເພື່ອນມິດສາກົນ ເຮັດໃຫ້ ສປປ ລາວ ສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກໄດ້ໂດຍພື້ນຖານ, ເສດຖະກິດມີ ການຂະຫຍາຍຕົວໃນລະດັບທີ່ດີຂຶ້ນ ເຊິ່ງເປັນການຄ້ຳປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບປອດໄພ, ສ້າງປັດໄຈສໍາຄັນໃນການກະ ກຽມຄວາມພ້ອມໃນການນໍາເອົາປະເທດ ອອກຈາກສະຖານະພາບດ້ອຍພັດທະນາ ໃນອະນາຄົດອັນໃກ້ນີ້ ຕາມການກຳນົດຂອງ ອົງການສະຫະປະຊາຊາດ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍ ເຫລືອໃນດ້ານຕ່າງໆ ຕະຫລອດໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຮອບດ້ານຂອງ ສປປ ລາວ, ລວມທັງການສະໜັບສະໜູນໃຫ້ແກ່ ສປປ ລາວ ໃນການເຮັດໜ້າທີ່ເປັນປະທານອາຊຽນ ໃນຕະ ຫລອດປີ 2024 ໃຫ້ສໍາເລັດລຸລ່ວງໄປໄດ້ເປັນຢ່າງດີ.
ສປປ ລາວ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມ ພະຍາຍາມ ຂອງວົງຄະນະຍາດສາກົນ ໃນຂອບການຮ່ວມມືຕ່າງໆ ທີ່ຕົນເປັນພາຄີ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາທີ່ຍືນຍົງ ໃນພາກພື້ນ ແລະ ໃນໂລກ.
ທ່ານປະທານປະເທດ ໄດ້ກ່າວຕື່ມວ່າ: ປີ 2025 ທີ່ຈະມາເຖິງນີ້ ເປັນປີທີ່ມີຄວາມໝາຍສໍາຄັນສໍາລັບ ສປປ ລາວ ເນື່ອງຈາກເປັນປີຄົບຮອບ 50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທັງເປັນປີຄົບຮອບ 70 ປີ ຂອງການເຂົ້າເປັນສະມາຊິກອົງການສະຫະປະຊາຊາດ ຂອງ ສປປ ລາວ, ທັງເປັນປີມ້ວນທ້າຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປັນປີແຫ່ງການກະກຽມຄວາມພ້ອມ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026, ພ້ອມທັງ ເຊື່ອໝັ້ນວ່າການທີ່ ສປປ ລາວ ສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອຂອງ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນບວກກັບກຳລັງແຮງ ແຫ່ງການເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ຂອງປະຊາຊົນໃນຊາດ ຈະກາຍເປັນກຳລັງຂັບ ເຄື່ອນອັນແຂງແຮງເພື່ອຊ່ວຍໃຫ້ ສປປ ລາວ ບັນລຸຕາມເປົ້າ ໝາຍທີ່ວາງໄວ້ຢ່າງແນ່ ນອນ.
ທ່ານ ໂອຮານ ອີຊິກ ໄດ້ຕາງໜ້າໃຫ້ແກ່ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ ສະແດງຄວາມຊົມເຊີຍອັນອົບອຸ່ນ ຕໍ່ການນຳຂັ້ນສູງ ພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ໃນໂອກາດວັນສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ. ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນດີເລີດໃນການເປັນປະທານອາຊຽນ ຂອງ ສປປ ລາວ ກໍຄື ບັນດາກອງປະຊຸມຕ່າງໆທີ່ໄດ້ດຳເນີນ ແລະ ສຳເລັດລົງຢ່າງຈົບງາມໃນຕະຫລອດປີນີ້, ພ້ອມທັງ ສະແດງຄວາມຮູ້ບຸນຄຸນມາຍັງ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ສ້າງສະພາບແວດລ້ອມອັນເອື້ອອຳນວຍ ໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງພວກຂ້າພະເຈົ້າ ຢູ່ໃນ ສປປ ລາວ ແລະ ຢືນຢັນວ່າ ພວກຂ້າພະເຈົ້າ ຈະສືບຕໍ່ເສີມຂະຫຍາຍການຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາປະເທດຂອງພວກຂ້າພະເຈົ້າ ບົນຈິດໃຈ ແຫ່ງມິດຕະພາບ ແລະ ຄວາມສາມັກ ຄີປອງດອງ.