ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳຄະນະພັກເມືອງ ວາງກະຕ່າດອກໄມ້ຕໍ່ໜ້າອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ.

Apr 8, 2025

ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ແລະ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ນັ້ນ, ໃນຕອນເຊົ້າວັນທີ 8 ເມສາ 2025 ນີ້, ສະຫາຍ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ນໍາພາຄະນະພັກ, ອົງການປົກຄອງເມືອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ສະມາຊິກຊາວໜຸ່ມ-ເຍົາວະຊົນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ວາງກະຕ່າດອກໄມ້ ຕໍ່ໜ້າອານຸສອນສະຖານ ປະທານໄກສອນ ພົມວິຫານ ເພື່ອສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ປະທານ ທີ່ໄດ້ອຸທິດ ເຫື່ອແຮງ, ເລືອດເນື້ອ, ຊິວິດໃນການຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດ, ອະທິປະໄຕ ມາສູ່ປວງຊົນລາວທັງຊາດ.
ໂອກາດນີ້, ສະຫາຍ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານການພັກເມືອງ ໄດ້ປະຕິຍານວ່າ: ຈະຍົກສູງຄຸນນະພາບຂອງວຽກງານ ການເມືອງ-ແນວຄິດ ໃຫ້ມີຄວາມໜັກແໜ້ນ, ຍຶດໝັ້ນລັດທິ ມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ, ທາດແທ້ປະຕິວັດຂອງຊົນຊັ້ນກໍາມະກອນ ບົນພື້ນຖານອຸດົມການສັງຄົມນິຄົມ. ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍລະບຽບ, ກົດໝາຍ ເຮັດໃຫ້ພາຍໃນເມືອງ ມີຄວາມສະຫງົບ, ມີຄວາມເປັນລະຽບຮຽບຮ້ອຍ, ສັງຄົມມີຄວາມສີວິໄລ ແລະ ຍຸຕິທໍາ ແລະ ຈະເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຊາວໜຸ່ມ ໃຫ້ເປັນກໍາລັງແຮງສັງລວມ ທີ່ກ້າແກ່ນ ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ, ເປັນດັ່ງຄືນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແຮງ ຈົ່ງກາຍເປັນສິນໄຊ ຂອງຍຸກສະໄໝ.
ຂ່າວ: ແກ່ນທ້າວ.