ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳນະຄອນຫລວງວຽງຈັນວາງກະຕ່າດອກໄມ້ ໃນໂອກາດວັນຊາດ

Nov 29, 2024

ວັນທີ 29 ພະຈິກ 2024 ຄະນະພັກ ອົງການປົກຄອງ ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ນຳໂດຍ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ນຳເອົາສະຕ່າດອກໄມ້ມາວາງຕໍ່ໜ້າຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ ທີ່ປະດິດສະ ຖານຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເພື່ອຄຳນັບຮັບຕ້ອນ ແລະ ສະ ເຫຼີມສະຫຼອງວັນສະຖາປະຖາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາຄົບ ຮອບ 49 ປີ, ທັງເປັນການສະແດງຄວາມເຄົາລົບຮັກ ກະຕັນຍູ້ຮູ້ບຸນຄຸນ ແລະ ລະນຶກເຖິງ ປະທານໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ.
ທີ່ມາ: ວຽງຈັນໃໝ່