ວັນທີ 14 ກັນຍາ 2024 ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ພ້ອມດ້ວຍການນຳທຸກຂັ້ນ ຂອງ ນວ ໄດ້ສືບຕໍ່ລົງຕິດຕາມການປ້ອງກັນນ້ຳຖ້ວມເຂດຫລັກ 4 ຂອງ ນວ ເຊິ່ງລະດັບນ້ຳຂອງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ຫລາຍພາກສ່ວນໄດ້ສຸມທຸກກຳລັງໃນການສ້າງຄູປ້ອງກັນເພື່ອປ້ອງກັນບໍ່ໃຫ້ນ້ຳໄຫລເຂົ້າຖ້ວມ.
ໃນໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ໃຫ້ສຳພາດວ່າ: ພາຍຫລັງທີ່ໄດ້ຮັບແຈ້ງເຕືອນ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ອົງການປົກຄອງ ນວ ຈຶ່ງໄດ້ຍົກລະດັບການປ້ອງກັນນ້ຳຖ້ວມເປັນລະດັບສູງສຸດ ໂດຍແບ່ງອອກເປັນ 3 ເຂດປ້ອງກັນ ໃນນັ້ນ ຈຸດທີ 1 ເຂດໃຈກາງຕົວເມືອງ ນວ ແບ່ງເປັນ 2 ຈຸດຄື: ເຂດເກົ້າລ້ຽວ ຫາ ທ່າເຮືອຫລັກ 4, ເຂດທ່າເຮືອຫລັກ 4 ຫາ ຈີນາຍໂມ້ ໂດຍໄດ້ໃຊ້ເປົາຮ່າຍຊາຍສ້າງເປັນຄູກັ້ນນ້ຳ ຈຸດທີ 2 ເຂດຊານເມືອງ ແມ່ນ ເມືອງສັງທອງ ຫາ ເມືອງຫາດຊາຍຟອງ ເຊິ່ງເຂດດັ່ງກ່າວປະຊາຊົນໄດ້ຮັບຜົນກະທົບຫລາຍ ສະເພາະ ເມືອງສັງທອງ ລວມ 13 ບ້ານ 300 ກວ່າຫລັງຄາເຮືອນ ປະຊາຊົນ 1.000 ກວ່າຄົນ ລວມທັງວັດຖຸສິ່ງຂອງ ແລະ ສັດລ້ຽງ ໄດ້ຖືກຍົກຍ້າຍໄປຢູ່ເຂດທີ່ປອດໄພ ປັດຈຸບັນນີ້ ເຂດເມືອງຫາດຊາຍຟອງຖືກຜົນກະທົບໜັກ ນ້ຳໄດ້ໄຫລເຂົ້າສູ່ເຂດພາຍໃນ ເຊິ່ງສົ່ງຜົນກະທົບຕໍ່ບ້ານເຮືອນປະຊາຊົນ ແລະ ພື້ນທີ່ການຜະລິດ ແຕ່ປະຊາຊົນໄດ້ພ້ອມກັນສຸມໃສ່ແກ້ໄຂສຸກເສີນ ສາມາດຍົກຍ້າຍໄດ້ທັນ.
ມາຮອດປັດຈຸບັນ ສະພາບນ້ຳຖ້ວມເກີດຜົນກະທົບເສຍຫາຍ ແຕ່ຍັງບໍ່ມີຜູ້ເສຍຊິວິດ ສ່ວນສະພາບຫ້ວຍໝາກຮຽວ ແມ່ນຍັງຢູ່ໃນລະດັບທີ່ຄວບຄຸມໄດ້ ເນື່ອງຈາກ ນວ ໄດ້ແຈ້ງການເຕືອນໃຫ້ປະຊາຊົນກຽມພ້ອມຮັບມືຢ່າງທັນການ ພ້ອມດຽວກັນນັ້ນ ບັນດາອົງການຈັດຕັ້ງຕ່າງໆ ທັງສູນກາງ ແລະ ຂັ້ນ ນວ ລວມທັງຂັ້ນທ້ອງຖິ່ນ ຕະຫລອດຮອດປະຊາຊົນ ໄດ້ຮ່ວມກັນອອກມາປ້ອງກັນໄພນ້ຳຖ້ວມໃນຄັ້ງນີ້ຢ່າງເປັນຂະບວນ ແລະ ມີຄວາມສາມັກຄີຢ່າງຕັ້ງໜ້າ ພ້ອມກັນນີ້ ນວ ກໍໄດ້ຕັ້ງສູນບັນຊາການ ຮັບແຈ້ງເຫດ ຮັບການສະໜັບສະໜູນຂຶ້ນຢູ່ທີ່ອົງການປົກຄອງ ນວ ເພື່ອກະກຽມຮັບເຫດການສຸກເສີນ ໃນກໍລະນີນ້ຳຂຶ້ນກະທັນຫັນ
ຕໍ່ກັບເຫດການດັ່ງກ່າວນີ້ ຂໍຮຽກຮ້ອງໃຫ້ທຸກພາກສ່ວນເປັນເຈົ້າການຊ່ວຍກັນ ເພື່ອປ້ອງກັນນ້ຳຖ້ວມ.






