ວັນທີ 19 ມັງກອນ 2025 ທ່ານ ນາງ ລໍາພອຍ ສີອັກຄະຈັນ ກຳມະການປະຈຳພັກ ນະຄອນຫຼວງວຽງຈັນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ອວຍ ພອນກອງຮ້ອຍ 416 ກອງບັນຊາການທະຫານ ນະຄອນຫຼວງ ວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ76 ປີ (20/1/1949-20/1/12025) ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພັນຕີ ຄຳແສງ ພຽງໄຊຍະເດດ ຫົວໜ້າການເມືອງ ກອງຮ້ອຍ 416 ແລະພົນທະຫານກອງຮ້ອຍ 416.
ໃນໂອກາດນີ້, ຮອງປະທານສະພາປະຊາຊົນ ນະຄອນຫຼວງ ວຽງຈັນໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນຈຳນວໜື່ງ ມາມອບໃຫ້ປະກອບມີ: ໝີ່ ສະບູ ແພັບ ນໍ້າດື່ມ ເຂົ້າສານ ແລະ ຢາປົວພະຍາດ ນອກຈາກນີ້ແລ້ວ ຍັງໄດ້ມອບເງິນ 13 ລ້ານກີບ.
ໂອກາດນີ້ ທ່ານ ພັນຕີ ຄຳແສງ ພຽງໄຊຍະເດດ ໄດ້ສະແດງຄວາມຂອບໃຈ ແລະຕີລາຄາສູງ ທັງສະແດງຄວາມຮູ້ບຸນຄຸນຕໍ່ ການນໍານະຄອນຫຼວງວຽງຈັນ ໂດຍສະເພາະສະພາປະຊາຊົນ ນະຄອນຫຼວງວຽງຈັນ ທີ່ມາມອບເຄື່ອງ ແລະ ໃຫ້ກໍາລັງໃຈກອງ ຮ້ອຍ 416 ຄັ້ງນີ້.
ທີ່ມາ: ວຽງຈັນໃໝ່






