ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳພັກ-ລັດຂອງແຂວງສະຫວັນນະເຂດ ເຂົ້າວາງກະຕ່າດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດທ່ານ ໜູຮັກ ພູມສະຫວັນ

Apr 9, 2025

ເນື່ອງໃນໂອກາດວັນຄ້າຍວັນເກີດຂອງທ່ານ ໜູຮັກ ພູມສະຫວັນ ຄົບຮອບ 115 ປີ (09/04/1910-09/04/2025) ດັ່ງນັ້ນ, ມາໃນຕອນເຊົ້າຂອງວັນທີ 9 ເມສາ 2025, ການນຳພັກ-ລັດຂອງແຂວງສະຫວັນນະເຂດ ຊຶ່ງນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ພ້ອມກັນເຂົ້າມາວາງກະຕ່າດອກໄມ້ ແລະດອກໄມ້ທີ່ຫອມຫວນຢູ່ຕໍ່ໜ້າອະນຸສາວະລີ ທ່ານ ໜູຮັກ ພູມສະຫວັນ ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ສັນລະເສີນເຖິງຄຸນງາມຄວາມດີ ແລະຜົນງານອັນໃຫຍ່ຫຼວງຂອງທ່ານ ໜູຮັກ ພູມສະຫວັນ ທີ່ໄດ້ອຸທິດຕະຫຼອດຊີວິດ ເພື່ອປະເທດຊາດ ແລະການປະຕິວັດ, ທ່ານ ໜູຮັກ ພູມສະຫວັນ ແມ່ນໜຶ່ງໃນບັນດາທ່ານຜູ້ນຳຮຸ່ນທຳອິດ ທີ່ໄດ້ຮ່ວມຂະບວນການປະຕິວັດ, ສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະສ້າງຕັ້ງລະບອບໃໝ່, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ ຕະຫຼອດຊີວິດເພິ່ນໄດ້ເສຍສະຫຼະ ແລະອຸທິດຕົນເພື່ອພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າ.
ເຊິ່ງເຂົ້າຮ່ວມໃນພິທີວາງກະຕ່າດອກໄມ້ ແລະດອກໄມ້ໃນຄັ້ງນີ້ ລວມມີທັງໝົດ 14 ຄະນະຄື: ການນຳແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດທີ 13 ແລະສະພາປະຊາຊົນແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ, ຄະນະພັກ-ຄະນະນຳນະຄອນໄກສອນພົມວິຫານ, ອົງການກວດສອບປະຈຳພາກກາງ 2, ພາກສ່ວນພັກ-ພະນັກງານ ແລະອົງການຈັດຕັ້ງມະຫາຊົນ, ພາກສ່ວນລັດວິສາຫະກິດແຂວງ, ພາກສ່ວນວັດທະນະທຳ-ສັງຄົມ, ພາກສ່ວນເສດຖະກິດ, ພາກສ່ວນສະພາການຄ້າ-ອຸດສາຫະກຳ ແລະສະຖາບັນການສຶກສາພາກເອກະຊົນ, ພາກສ່ວນທະນາຄານປະຈຳແຂວງ, ພາກສ່ວນຂົງເຂດຕຸລາການ ແລະຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍສະມາຊິກຊາວໜຸ່ມ ແລະເຍົາວະຊົນ.