ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳພັກ-ລັດ ພ້ອມດ້ວຍມວນຊົນ ຮ່ວມໃສ່ບາດ ໃນງານບຸນນະມັດສະການພຣະທາດຫຼວງ ປີ 2024

Nov 15, 2024

ໃນວັນທີ 15 ພະຈິກ 2024 ຢູ່ທີ່ເດີ່ນພຣະທາດຫຼວງ ນະຄອນຫຼວງວຽງຈັນ ໄດ້ມີພິທີໃສ່ບາດຖວາຍສັງຄະທານແດ່ພະສົງ-ສຳມະເນນເນື່ອງໃນໂອກາດງານບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2024 ເຊິ່ງເປັນມື້ສຸດທ້າຍຂອງງານບຸນປີນີ້, ໂດຍການເຂົ້າຮ່ວມຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍການນຳພັກ-ລັດ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ເມືອງ ແລະ ມວນຊົນຊາວລາວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ພິທີໃສ່ບາດໃນງານບຸນນະມັດສະການພຣະທາດຫຼວງ ປີນີ້ ເຫັນໄດ້ວ່າມວນຊົນຈາກທຸກທົ່ວສາລະທິດຕ່າງກໍມີຈິດໃຈໃສສັດທາ, ຫຼັ່ງໄຫຼມາຮ່ວມງານຢ່າງຄຶກຄື້ນ ແລະ ໄດ້ພ້ອມກັນໃສ່ບາດ, ຢາດນໍ້າ, ຮັບພອນ ແລະ ຟັງທຳມະເທສະໜາ ເພື່ອອຸທິດບຸນກຸສົນໃຫ້ບັນພະບູລຸດ ແລະ ເຈົ້າກຳນາຍເວນຕາມຄວາມເຊື້ອຂອງຊາວພຸດທີ່ສືບທອດກັນມາແຕ່ດົນນານ, ໂດຍພິທີໃສ່ບາດ ໄດ້ເລີ່ມແຕ່ເວລາ 7:00 ໂມງ ຂອງວັນທີ 15 ພະຈິກ 2024 ກົງກັບ ມື້ເພັງ 15 ຄໍ່າ ເດືອນ 12 ລາວ ພສ 2567.
ພາບ-ຂ່າວ: ແກ້ວ ອຸເພັດ
May be an image of 5 people and temple