ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ (2/12/1975 -2/12 /2022) ການນໍາພັກ-ລັດຖະບານ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 2 ທັນວາ ນີ້.
ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານພາຍໃຕ້ການຊີ້ນຳ-ນຳພາຂອງພັກປະ ຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ພາຍຫຼັງສຳເລັດການວາງພວງມາລາແລ້ວ, ການນຳພັກ-ລັດ ໄດ້ສືບຕໍ່ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ ຊຶ່ງໃນປີນີ້ ເປັນວັນຄົບຮອບວັນຄ້າຍວັນເກີດຂອງ ປະທານ ໄກສອນ ຄົບຮອບ 102 ປີ (13/12/1920-13/12/2022) ໂດຍການນໍາພັກ-ລັດເຮົາ ວາງກະຕ່າດອກໄມ້ຄັ້ງນີ້ ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ທີ່ເພິ່ນໄດ້ສຸມສະຕິປັນຍາເຂົ້າໃນການຊີ້ນໍາ-ນຳພາ ພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ພາຍຫຼັງສະຖາ ປານາ ສປປ ລາວ, ປະທານໄກສອນ ຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມ ແລະ ຊອກຫາແນວທາງການປ່ຽນແປງໃໝ່ ໂດຍສະ ເພາະໄດ້ກຳນົດ 6 ຫຼັກການພື້ນຖານຂອງການປະຕິວັດໃນໄລຍະໃໝ່ ຊຶ່ງໄດ້ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ. ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ແມ່ນໃຫຍ່ຫຼວງທີ່ສຸດ ເພິ່ນໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ ໄດ້ຈາລຶກໄວ້ໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.
(ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ)