ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າ ວັນທີ 22 ມີນາ 2022, ບັນດາການນຳພັກ-ລັດ ແຫ່ງ ສປປ ລາວ, ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີ ນັກຮົບນິລະນາມ (ດາວແດງ) ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22/03/1955-22/03/2022). ການວາງພວງມາລາໃນຄັ້ງນີ້, ເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ພາຍຫລັງສຳເລັດການວາງພວງມາລາທີ່ອານຸສາວະລີ ນັກຮົບນິລະນາມແລ້ວ, ຄະນະການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອານຸສາວະລີ ປະທານໄກສອນ ພົມວິຫານ ອະດີດຜູ້ ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາ ເຂົ້າໃນການນຳພາຂະບວນການຕໍ່ສູ້ ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ.
ປະທານ ໄກສອນ ພົມວິຫານ ສົມແລ້ວ ທີ່ເປັນລູກຜູ້ປະເສີດ ແລະ ເປັນແບບຢ່າງອັນໃສແຈ້ງໃຫ້ແກ່ທົ່ວພັກ ແລະ ທົ່ວປວງຊົນລາວທັງຊາດ, ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຍືນຍົງໃນດວງໃຈຂອງປວງຊົນລາວທັງຊາດ ຕະຫລອດກາລະນານ.
ຂ່າວ: ສຸກສະຫວັດ ສົມສະໜິດ
ພາບ: ອາຍຄຳ