ການນໍາພັກ – ລັດ ແຂວງຄໍາມ່ວນ ນໍາພາໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະບໍລິຫານງານພັກແຂວງ ໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອະນຸສາວະລີ ນັກຮົບນິລະນາມ, ອະນຸສາວະລີປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານປະທານ ສຸພານຸວົງ ໃນຕອນເຊົ້າວັນທີ 13 ທັນວາ 2024, ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975 – 2 ທັນວາ 2024) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920-13 ທັນວາ 2024).
ການວາງພວງມາລາຄັ້ງນີ້, ເລີ່ມຕົ້ນຢູ່ທີ່ອານຸສາວະລີນັກຮົບນິລະນາມແຂວງ (ຫຼັກ4) ເພື່ອເປັນການສະແດງຄວາມເຄົາລົບຮັກ, ຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງນັກຮົບນິລະນາມ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປົດປ່ອຍຊາດ ແລະ ຄວາມຜາສຸກຂອງປະຊາຊົນ, ທັງເປັນການສະແດງຄວາມເຄົາລົບຮັກຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ່ຢ່າງອົງອາດກ້າຫານ ພາຍໃຕ້ການນໍາພາ – ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.
ຂ່າວ: ມະນີວັນ






