ການນຳພັກ-ລັດ ແຂວງຜົ້ງສາລີ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 70 ປີ

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊາຊົນ ປະຕິວັດລາວ ຄົບຮອບ 70 ປີ
(ວັນທີ 22 ມິນາ 1955 – 22 ມິນາ 2025). ໃນຕອນເຊົ້າຂອງວັນທີ 22 ມີນາ 2025 ນີ້, ການນຳພັກ-ລັດ, ສອງກໍາລັງປະກອບອາວຸດ, ຕາງໜ້າສະມາຊິກພັກ, ພະນັກ ງານ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ທຸກເພດໄວໃນທົ່ວແຂວງຜົ້ງສາລີ ນຳໂດຍ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ໄດ້ພ້ອມກັນນໍາເອົາ ພວງມະລາ ມາວາງຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງຜົນງານ, ຄຸນງາມຄວາມດີ ຕໍ່ບັນດາທ່ານ ອາດີດການນໍາພັກ-ລັດ, ນັກຮົບປະຕິວັດ, ນັກຮົບແຂ່ງຂັນ ທີ່ໄດ້ອຸທິດຕົນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ປະຊາຊົນລາວທັງຊາດ ກໍ່ຄື ແຂວງຜົ້ງສາລີໄດ້ຢ່າງສົມບູນ, ເຮັດໃຫ້ປະເທດເຮົາ ຫຼຸດພົ້ນອອກຈາກການເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ກາຍເປັນປະເທດເອກະລາດ, ມີອິດສະຫຼະພາບ ແລະ ມີຖານະອັນສົມກຽດໃນເວທີສາກົນ, ຊື່ສຽງຮຽງນາມ, ຄຸນງາມຄວາມດີ ແລະ ວິລະກຳອັນລ້ຳເລີດຂອງບັນດາທ່ານ ໄດ້ກາຍເປັນສັນຍາລັກແຫ່ງການເຕົ້າໂຮມ ຄວາມສາ ມັກຄີເປັນເອກະພາບໃນທຸກຊັ້ນຄົນ, ທຸກເພດໄວ.
ພາຍຫຼັງສຳເລັດພິທີວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມແລ້ວ ກໍ່ໄດ້ສຶບຕໍ່ວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ.
ພາບ-ຂ່າວ: ແສງຄຳ ສາລີວັນ





