ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳພັກ-ລັດ ແຂວງວຽງຈັນ ເຂົ້າວາງພວງມະລາ ລະລຶກ ວັນສ້າງຕັ້ງພັກ, ວັນຜູ້ເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ.

Mar 21, 2024

ຕອນເຊົ້າຂອງວັນທີ 21 ມີນາ 2024 ນີ້, ການນໍາແຂວງວຽງຈັນ, ນຳໂດຍ ສະຫາຍ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ເຂົ້າວາງພວງມະລາ ຢູ່ທີ່ອະນຸສາວະລີ ນັກຮົບນິລະນາມ ຢູ່ກອງບັນຊາການທະຫານແຂວງ ແລະ ວາງກະຕ່າດອກໄມ້ ທີ່ຫໍພິພິຕະພັນປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22ມີນາ1955-22ມີນາ2024) ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (21ມີນາ1946-21ມີນາ2024) ຕິດພັນກັບປະຫວັດສາດມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຂອງຊາວເມືອງເຟືອງ.
ການວາງພວງມະລາໃນຄັ້ງນີ້, ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ແລະ ນ້ຳໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນໄດ້ຮັບໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ເຊິ່ງ ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງດັ່ງກ່າວ, ໄດ້ຖືກຈາລຶກໄວ້ໃນຊີວິດຈິດໃຈ ຂອງທົ່ວປວງຊົນລາວທັງຊາດ ຕະຫລອດໄປ. ພັກເຮົາຈະຕ້ອງໄດ້ສືບຕໍ່ຍົກສູງຄວາມສາມາດ ແລະ ເພິ່ມທະວີບົດບາດການນຳພາຂອງພັກໃນທຸກດ້ານ, ສ້າງພັກໃຫ້ປອດໄສເຂັ້ມແຂງ ແລະ ໜັກແໜ້ນນັ້ນ, ພະນັກງານ-ລັດຖະກອນ ແລະ ສະມາຊິກພັກທັງໝົດ ຕ້ອງກໍາແໜ້ນສະພາບວຽກງານການເມືອງແນວຄິດ ແລະ ເອົາໃຈໃສ່ປັບປຸງຄົ້ນຄວ້າທິດສະດີບົນພື້ນຖານຢຶດໝັ້ນ ທິສະດີ ມາກ-ເລນິນ; ເພິ່ມທະວີວຽກງານກໍ່ສ້າງພັກໃຫ້ໜັກແໜ້ນ ໂດຍຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ ໄປພ້ອມກັບລະບຽບວິໄນພາຍໃນພັກຢ່າງເຂັ້ມງວດ; ເຊີດຊູຄວາມເປັນແບບຢ່າງນຳໜ້າຂອງພະນັກງານ, ສະມາຊິກພັກ ໃນການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດ; ເອົາໃຈໃສ່ປັບປຸງວຽກງານປ້ອງກັນພັກ, ບຳລຸງສ້າງຖັນແຖວພະນັກງານທາງດ້ານຄຸນສົມບັດ ແລະ ຄວາມສາມາດມີນ້ຳໃຈຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນຂອງພັກຢ່າງເຂັ້ມງວດ.
ພາບ-ຂ່າວ: ບຸນມາ ແກ້ວບຸດດາ