ການນຳພັກ-ລັດ ແຂວງຫລວງພະບາງ ວາງພວງມາລາ ແລະກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 70 ປີ

ຕອນເຊົ້າຂອງວັນທີ 22 ມີນາ 2025 ນີ້, ການນຳພັກ-ລັດ, ນຳໂດຍ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫລວງພະບາງ ໄດ້ພ້ອມກັນນໍາເອົາ ພວງມະລາ ມາວາງຢູ່ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະລະນຶກເຖິງຜົນງານ, ຄຸນງາມຄວາມດີ ຕໍ່ບັນດາທ່ານ ອາດີດການນໍາພັກ-ລັດ, ນັກຮົບປະຕິວັດ, ນັກຮົບແຂ່ງຂັນ ທີ່ໄດ້ອຸທິດຕົນເຂົ້າໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະ ລາດ ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ ມາສູ່ປະຊາຊົນລາວທັງຊາດ ໄດ້ຢ່າງສົມບູນ, ເຮັດໃຫ້ປະເທດລາວ ຫຼຸດພົ້ນອອກຈາກການເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ກາຍເປັນປະເທດເອກະລາດ, ມີອິດສະຫຼະພາບ ແລະມີຖານະອັນສົມກຽດໃນເວທີພາກພື້ນ ແລະສາກົນ, ຊື່ສຽງຮຽງນາມ, ຄຸນງາມຄວາມດີ ແລະວິລະ ກຳອັນລ້ຳເລີດ ຂອງບັນດາທ່ານ ໄດ້ກາຍເປັນສັນຍາລັກແຫ່ງການເຕົ້າໂຮມ ຄວາມສາ ມັກຄີເປັນເອກະພາບໃນທຸກຊັ້ນຄົນ, ທຸກເພດໄວ ແລະປະຊາຊົນບັນດາເຜົ່າໃນທົ່ວປະເທດ
ພາຍຫຼັງສຳເລັດພິທີວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມແລ້ວ ໄດ້ສຶບຕໍ່ວາງກະຕ່າດອກໄມ້ ຕໍ່ໜ້າຮູບຫຼໍ່ ຂອງປະທານ ໄກສອນ ພົມວິຫານ ແລະປະ ທານສຸພານຸວົງ ພ້ອມທັວເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ທີ່ສະໂມສອນໃຫຍ່ ມະຫາວິທະ ຍາໄລສຸພານຸວົງ.






