ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳພັກ-ລັດ ແຂວງອັດຕະປືວາງພວງມະລາ ແລະ ກະຕ່າດອກໄມ້ ລະນຶກວັນສຳຄັນຂອງພັກ

Nov 28, 2024

ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ແລະ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູ ແລະ ຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ທີ່ມີຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ, ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາອັນແຮງກ້າຕະຫຼອດຮອດຊີວິດ ເພື່ອປະເທດ ຊາດ.
ດັ່ງນັ້ນ, ໃນຕອນເຊົ້າວັນທີ 28 ພະຈິກ 2024 ນີ້ ການນຳພັກ-ລັດ ແຂວງອັດຕະປື ນຳໂດຍ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ພ້ອມຄະນະນຳແຂວງ ໄດ້ເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ ທີ່ອະນຸສາວະລີນັກຮົບນິລະນາມດາວແດງ ແລະ ອະນຸສາວະລີ ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດສະ ເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 49 ປີ ( ວັນທີ 2 ທັນວາ 1975-ວັນຊາດທີ 2 ທັນວາ 2024 ) ແລະ ວັນເກີດຂອງປະ ທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ( ວັນທີ 13 ທັນວາ 1920 – ວັນທີ 13 ທັນວາ 2024 ) ທີ່ໄດ້ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ຂ່າວ: ວິໄລສັກ