ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳອັດຕະປື ອວຍພອນ ປີໃໝ່ 2025 ຊາວຫວຽດນາມ

Jan 23, 2025

ເນື່ອງໃນໂອກາດສະເຫຼີມສະຫຼອງປີໃໝ່ ຂອງ ສສຫວຽດນາມ, ຄະນະນໍາ ແຂວງອັດຕະປື ຊຶ່ງນຳໂດຍ ສະຫາຍ ບຸນເສີດ ເສດທິລາດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ-ອວຍພອນຄະນະນຳ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງດັກລັກ ແລະ ແຂວງຢາລາຍ, ທັງນີ້ກໍ່ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະລະຫວ່າງ ແຂວງອັດຕະປື ສປປລາວ ກັບ ແຂວງ ດັກລັກ ແລະ ແຂວງຢາລາຍ ສສ ຫວຽດນາມ ໃນການຮ່ວມມື ຮອບດ້ານໃຫ້ນັບມື້ນັບ ມີຄວາມເຂັ້ມແຂງ, ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ ແລະ ມີປະສິດທິພາບສູງຂຶ້ນຫຼາຍກວ່າເກົ່າ.
ການເຄື່ອນໄຫວອວຍພອນດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 22 ມັງກອນຜ່ານມານີ້ ທີ່ສໍານັກງານ ຫ້ອງວ່າການຄະນະພັກແຂວງ ດັກລັກ, ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ຫງຽນຕ໋ວນຮ່າ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປະຊົນແຂວງ ພ້ອມດ້ວຍຄະນະ ເຂົ້າຮ່ວມຕ້ອນຮັບ.
ໃນວັນດຽວກັນນີ້, ຄະນະນໍາແຂວງອັດຕະປື ກໍໄດ້ສືບຕໍ່ເດີນທາງໄປແຂວງ ຢາລາຍ ເພື່ອເຂົ້າຢ້ຽມຢາມ ແລະ ອວຍພອນ ຄະນະພັກ, ຄະນະນຳກໍຄືພໍ່ແມ່ປະຊາຊົນຊາວແຂວງຢາລາຍ ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ເຈົາຫງອກຕ໋ວນ ຮອງເລຂາພັກແຂວງ ຫົວໜ້າຄະນະຜູ້ແທນສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ, ທີ່ສຳນັກງານຫ້ອງວ່າການຄະນະພັກແຂວງຢາລາຍ.
ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ