ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳເມືອງກາສີ ຕິດຕາມສະພາບຫລັງນໍ້າແຫ້ງ ຢູ່ບັນດາບ້ານທີ່ຖືກໄພພິບັດນໍ້າຖ້ວມ

Jul 25, 2025

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງສະພາບນໍ້າຖ້ວມ ໄດ້ບົກແຫ້ງລົງ, ທາງການນໍາເມືອງກາສີ ແຂວງວຽງຈັນ ໄດ້ສົມທົບກັບ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ລົງຕິດຕາມສະພາບບ້ານເຮືອນຂອງປະຊາຊົນ ຢູ່ບັນດາບ້ານທີ່ຖືກໄພພິບັດນໍ້າຖ້ວມ ເຊິ່ງນຳພາໂດຍ ທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງ, ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ, ພະນັກງານ-ລັດຖະກອນ, ອ້າຍນ້ອງໃນກຳລັງ ປກຊ ຈາກກອງພັນ 102, ປກຊ ເມືອງ ແລະ ປກສ ເມືອງພ້ອມດ້ວຍອຳນາດການປົກຄອງບ້ານ.
ທ່ານ ບຸນມີ ບົວລິວັນ ຮັກສາການເຈົ້າເມືອງໆກາສີ ໄດ້ລາຍງານວ່າ: ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2025 ແມ່ນໄດ້ນຳເອົາລົດຈົກມາຈົກຊາຍທີ່ຕັນຢູ່ຂົວນໍ້າແຄງ ລະຫວ່າງ ບ້ານນາມົນໃຫຍ່ ຫາ ບ້ານນາມົນໃໝ່ອອກ ເພື່ອໃຫ້ນໍ້າໄຫລອອກ ແລະ ສາມາດທຽວໄປມາໄດ້ເປັນປົກກະຕິ, ພ້ອມນີ້ ທາງອ້າຍນ້ອງກຳລັງ ປກສ-ປກຊ ກໍໄດ້ນຳເອົາລົດດັບເພີງ ເພື່ອຊ່ວຍສີດລ້າງອະນາໄມຕາມເຮືອນຂອງປະຊາຊົນ ທີ່ຖືກນໍ້າຖ້ວມ ພ້ອມທັງ ຊ່ວຍອະນາໄມ ຢູ່ພາຍໃນບ້ານ. ນອກຈາກນີ້, ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງຍັງໄດ້ປະກອບສ່ວນທາງດ້ານປັດໄຈຈຳນວນໜຶ່ງ ເພື່ອເປັນການແກ້ໄຂຊ່ວຍເຫລືອປະຊາຊົນໃນເບື້ອງຕົ້ນ. ສຳລັບການຊ່ວຍເຫລືອໃນຕໍ່ໜ້າ ທາງຄະນະໄພພິບັດຂັ້ນບ້ານ, ຂັ້ນເມືອງ ແລະ ການນຳຂັ້ນເທິງ ຈະໄດ້ສືບຕໍ່ລົງມາມອບເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ ເພື່ອຊ່ວຍເຫລືອບັນເທົາທຸກ ແລະ ເປັນຂວັນກຳລັງໃຈ ໃຫ້ປະຊາຊົນ ໃຫ້ຜ່ານພົ້ນວິກິດຄັ້ງນີ້ໄປດ້ວຍດີ ແລະ ເຮັດໃຫ້ພໍ່ແມ່ປະຊາຊົນ ໄດ້ຟື້ນຟູການດຳລົງຊີວິດ ໃຫ້ກັບມາເປັນປົກກະຕິໂດຍໄວ.
ໃນໂອກາດດັ່ງກ່າວ, ອຳນາດການປົກຄອງບ້ານ ຕາງໜ້າໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ພາຍໃນເມືອງກາສີ ກ່າວສະແດງຄວາມຂອບໃຈມາຍັງການນຳເມືອງ ການນຳຂັ້ນເທິງ ທີ່ໄດ້ມີຄວາມເປັນຫ່ວງເປັນໃຍ ໃຫ້ການຊ່ວຍເຫລືອ ພ້ອມຮຽກຮ້ອງໃຫ້ການຈັດຕັ້ງທຸກພາກສ່ວນ ປະກອບສ່ວນຊ່ວຍເຫລືອປະຊາຊົນທີ່ປະສົບໄພນໍ້າຖ້ວມ ພາຍໃນເມືອງກາສີຕື່ມອີກ ເປັນຕົ້ນ ເຄື່ອງນຸ່ງຫົ່ມ, ນໍ້າດື່ມ ແລະ ເຂົ້າສານອາຫານແຫ້ງຕ່າງໆ.
May be an image of text May be an image of 1 person
May be an image of 8 people May be an image of 8 people
ຂ່າວ-ພາບ: ດາລັກ