ວັນທີ 6 ກັນຍາ 2024 ຄະນະການນຳເມືອງຈຳພອນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບຄອບຄົວຜູ້ທີ່ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ບ້ານ ໜອງຫຍ້າມ້າ(ຄຸ້ມ3), ເມືອງຈຳພອນ ແຂວງສະຫວັນນະເຂດ ພາຍໃຕ້ການນໍາພາຂອງທ່ານ ວົງສະຫວັນ ວຽງມະນີ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ຈຳພອນ.
ເຄື່ອງທີ່ມອບໃນເທື່ອນີ້ແມ່ນໄດ້ມາຈາກບັນດາຫ້າງຮ້ານ, ຜູ້ປະ ກອບການ ແລະ ຫ້ອງການຕ່າງໆ ເປັນຕົ້ນໂຮງງານນ້ຳດື່ມກຸຫຼາບຈຳພອນ ປະກອບສ່ວນນ້ຳດື່ມ 50 ແພັກ, ຫ້ອງການ ປກສ 50 ແພັກ, ຫ້ອງການສາທາລະນະສຸກ 50 ແພັກ, ຫ້ອງການຊັບພະ ຍາກອນທຳມະຊາດແລະສີ່ງແວດລ້ອມ 20 ແພັກ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ 20 ແພັກ, ໂຮງງານນ້ຳດື່ມຊ້າງນ້ອຍ 30 ແພັກ, ຫ້ອງການໆເງິນເມຶອງ 10 ແພັກ, ຫ້ອງການສຶກສາ ທິການແລະ ກິລາເມືອງ 10 ແພັກ ແລະ ບໍລິສັດຫຸ້ນສ່ວນລາວພັດທະນາແຮ່ທາດ ປະກອບນ້ຳດື່ມ 10 ແພັກ, ນອກນັ້ນມີບັນດາພາກສ່ວນຕ່າງປະກອບສ່ວນເປັນໝີ່ 10 ແກັດປາກະປ໋ອງ 10 ແພັກ ແລະ ເຂົ້າສານ 1 ກະສອບ.ໃຫ້ກຽດມອບໂດຍທ່ານເຈົ້າເມືອງຈຳພອນ.
ທີ່ມາ: Media Laos



