ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳເມືອງນາກາຍໄດ້ລົງມອບເຄື່ອງກັ່ນຕອງນ້ຳໃຫ້ປະຊາຊົນ

Oct 29, 2024

ວັນທີ 25 ຕຸລາ 2024 ການນໍາເມືອງ ນາກາຍ ແຂວງ ຄໍາມ່ວນ ໄດ້ເຄື່ອນໃຫວມອບເຄື່ອງກັ່ນຕອງນ້ຳໃຫ້ປະຊາຊົນ ບ້ານຜາດ່າງ, ບ້ານນາບອນ ແລະ ບ້ານຍາງ ໂດຍໄດ້ຮັບການຊ່ວຍເຫຼືອຈາກ ບໍລີສັດສົ່ງເສີມການລົງທືນ ແລະ ການພັດທະນາແບບຢືນຢົງ ເພື່ອມອບໃຫ້ແກ່ປະຊາຊົນ.
ຕາງໜ້າອົງການປົກຄອງເມືອງ ມອບໂດຍ ທ່ານ ສົມບັດ ປັນຍາສິດ ຮອງເຈົ້າເມືອງໆນາກາຍ ແລະ ຮັບໂດຍ ນາຍບ້ານໆທັງ 3 ບ້ານດັ່ງກ່າວ ເຊິ່ງມີທັງໝົດ 522 ໜ່ວຍ.
ພາບ: ຈັນທະວີ ສຸລິຍະພົມ