ໃນວັນທີ 15 ກັນຍາ 2024 ນີ້ ສະພາບນໍ້າໄດ້ເລີ່ມໄຫຼລົ້ນຕະຝັ່ງເຂົ້າຖ້ວມເນື້ອທີ່ທຳການຜະລິດ, ເຂດພື້ນທີ່ຕໍ່າພາຍໃນເມືອງປາກຊັນ ແຂວງບໍລິຄຳໄຊ ສ້າງຄວາມເສຍຫາຍເປັນວົງກ້ວາງ ແລະ ບ້ານ ເຮືອນຂອງປະຊາຊົນຈຳນວນໜຶ່ງທີ່ຢູ່ລຽບຕາມແຄມນ້ຳຂອງ, ນໍ້າຊັນ ແລະ ນໍ້າງຽບ ໄດ້ຮັບຄວາມເສຍຫາຍ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ.
ທ່ານ ແສງອາລຸນ ແສງອາພອນ ວ່າການເຈົ້າເມືອງປາກຊັນ, ທ່ານ ສຸພະລັກ ໄຊຊະນະສີ ຮອງເຈົ້າເມືອງປາກຊັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວ ສົມທົບກັບຄະນະກຳມະການໄພພິບັດຂັ້ນເມືອງ ລົງຕິດຕາມສະພາບນໍ້າຂຶ້ນຢ່າງໃກ້ຊິດ ແລະ ນໍຳເອົານໍ້າດື່ມ, ເງິນ ແລະ ອາຫານແຫ້ງ ຈຳນວນໜຶ່ງ ໄປມອບໃຫ້ແກ່ການຈັດຕັ້ງບ້ານ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່ບ້ານສີວິໄລ, ບ້ານນໍ້າງຽບ ແລະ ບ້ານສີບຸນເຮືອງ. ພ້ອມດຽວກັນ, ທ່ານເຈົ້າເມືອງປາກຊັນ ຍັງໄດ້ຊີ້ນຳຄະນະກຳມະການໄພພິບັດຂັ້ນເມືອງ ທີ່ປະຈຳຢູ່ເຂດເທດສະບານໜຶ່ງ ແລະ ເທດສະບານສອງຂອງເມືອງປາກຊັນ ເຝົ້າລະວັງ, ຕິດຕາມສະພາບນໍ້າຢ່າງໃກ້ຊິດ ແລະ ພ້ອມໃຫ້ການຊ່ວຍເຫຼືອປະຊາຊົນ, ຖ້າເກີດມີກໍລະນີນໍ້າ ຖ້ວມຮ້າຍ ແຮງ ໃຫ້ຮີບຮ້ອນລາຍງານຂັ້ນເທິງ ແລະ ສົມທົບກັບການຈັດຕັ້ງຂອງບ້ານຍົກຍ້າຍປະຊາຊົນ ແລະ ສັດລ້ຽງ ອອກໄປສູ່ເຂດປອດໄພ.
ຂ່າວ-ພາບ: ສົມພະໄທ





