ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳເມືອງຜາອຸດົມ ລົງຕິດຕາມເຝົ້າລະວັງບ້ານ ທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ

Sep 12, 2024

ໃນລະຫວ່າງວັນທີ 10-11 ກັນຍາ 2024, ການນໍາເມືອງຜາອຸດົມ ແຂວງບໍ່ແກ້ວ ຊຶ່ງນໍາພາໂດຍທ່ານ ຈັນທອນ ພົນທະລາ ເຈົ້າເມືອງໆຜາອຸດົມ ພ້ອມດ້ວຍຄະນະພັກຄະນະກອງບັນຊາການທະຫານເມືອງ, ພະນັກງານ-ລັດຖະກອນ ແລະ ອ້າຍນ້ອງທະຫານ ກອງບັນຊາການທະຫານເມືອງ-ກອງພັນໃຫຍ່ທະຫານຮາບ 302 ລົງຕິດຕາມ, ເຝົ້າລະວັງ ຈໍານວນບ້ານທີ່ຖືກຜົນກະທົບ ຈາກການປ່ອຍນໍ້າເຂື່ອນໄຟຟ້ານໍ້າທາ 1, ນໍ້າທາ 2 ຊຶ່ງມີນໍ້າຂຶ້ນສູງໃນປະລິມານທີ່ແຮງສົມຄວນ, ດ້ວຍຄວາມແຮງຂອງນໍ້າ ເຮັດໃຫ້ນ້ຳໄຫລຊຸຖ້ວມບ້ານ, ເຮືອນປະຊາຊົນ ທີຢູ່ເຂດໃກ້ຄຽງຈໍານວນຫລາຍບ້ານເຊັ່ນ: ບ້ານຫາດໜາມ, ບ້ານຫາດໝວກ, ບ້ານປາກຫາດ, ບ້ານຫາດຄໍາ, ບ້ານຫາດລີ່, ບ້ານດອນໃຈ, ບ້ານດອນແກ້ວ.
ຕາມການລາຍງານເບື້ອງຕົ້ນ ຂອງຄະນະຮັບຜິດຊອບໄພພິບັດເມືອງຜາອຸດົມ ໃຫ້ຮູ້ວ່າ: ປັດຈຸບັນ, ຈໍານວນບ້ານດັ່ງກ່າວ ໄດ້ຮັບການຊ່ວຍເຫລືອເບື້ອງຕົ້ນ ໂດຍລະດົມກໍາລັງຊ່ວຍປະຊາຊົນ ຂົນເຄື່ອງຂອງທີ່ຈໍາເປັນ, ເຂົ້າເປືອກ-ເຂົ້າສານ, ສັດລ້ຽງ ແລະ ສິ່ງຂອງອື່ນໆ ຂຶ້ນໄວ້ທີ່ສູງ ພ້ອມນີ້, ເສັ້ນທາງການສັນຈອນໄປ-ມາ ລະຫວ່າງບ້ານຫາບ້ານ, ບ້ານຫາເມືອງແມ່ນມີຄວາມຫຍຸ້ງຍາກ ເນື່ອງຈາກເສັ້ນທາງບາງຈຸດຂາດ, ເຈື່ອນ ແລະ ເສຍຫາຍໜັກໜ່ວງແມ່ນຂົວຫາດໝວກ ໄດ້ຂາດຍ້ອນຄວາມແຮງຂອງນໍ້າໄຫລຊຸ, ປັດຈຸບັນລະດັບນໍ້າຍັງເພີ່ມຂຶ້ນຕໍ່ເນື່ອງ.
ຂ່າວ-ພາບ: ໂສພາ ທິບພະວົງ