ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນຳເມືອງສາມັກຄີໄຊ ວາງກະຕ່າດອກໄມ້ ໃນໂອກາດ ວັນເກີດ ປະທານ ໄກສອນ ພົມວິຫານ

Dec 13, 2024

ໃນວັນທີ 12 ທັນວາ 2024, ການນຳເມືອງສາມັກຄີໄຊ ແຂວງອັດຕະປື ພ້ອມດ້ວຍຄະນະພັກ-ຄະນະນຳກຳລັງປກສ-ປກຊ ເມືອງ, ກຳລັງຊາວໜຸ່ມເມືອງ, ສະມາຄົມຫວຽດກຽວ ແລະ ກ້ອນກຳລັງອຳນາດການປົກຄອງ 13 ບ້ານເທສະບານເມືອງສາມັກຄີໄຊ ໄດ້ພ້ອມກັນຈັດຕັ້ງພິທີວາງກະຕ່າດອກໄມ້ ຈູດທູບທຽນ ຢູ່ອະນຸສາວະລີຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ໂດຍການນຳພາ ຂອງສະຫາຍ ເພັດມີໄຊ ຄຳພັກດີ ຄະນະປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງສາມັກຄີໄຊ ເນື່ອງໃນໂອກາດ ລະນຶກວັນເກີດ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 104 ປີ.
ຈຸດປະສົງ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລຮັກເຖິງດວງວິນຍານຂອງ ປະທານ ໄກສອນ ພົມວິຫານ ທີ່ເປັນວິລະບູລຸດແຫ່ງຊາດ, ເປັນຜູ້ນຳທີ່ແສນເຄົາລົບຮັກ ທີ່ປີຊາສາມາດ ແລະ ສະຫລາດສ່ອງໃສ ຂອງປວງຊົນລາວທັງຊາດ ທີ່ຍອມເສຍສະຫລະຜົນປະໂຫຍດສ່ວນຕົວ ເພື່ອປະເທດຊາດ ແລະ ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ ແລະ ຈົ່ງຮັກພັກດີ ທັງເປັນແບບຢ່າງອັນໃສແຈ້ງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກກໍຄືແບບແຜນການດຳລົງຊີວິດ ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ, ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ, ທີ່ໄດ້ນຳພາປະຊາຊົນລາວປົດປ່ອຍປະເທດຊາດ ອອກຈາກແອກຄອບຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ຈົນໄດ້ຮັບໄຊຊະນະຢ່າງສະຫງ່າງາມ, ພ້ອມທັງນຳພາປະເທດຊາດປະຕິບັດ 2 ໜ້າທິ່ຍຸທະສາດຄື: ສືບຕໍ່ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວຂຶ້ນສູ່ສັງຄົມນິຍົມ.
ຂ່າວຍັງໃຫ້ຮູ້ຕື່ມວ່າ: ເນື່ອງໃນໂອກາດວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ໃນລະຫວ່າງວັນທີ 12-13 ທັນວາ 2024 ທາງອົງການປົກຄອງເມືອງສາມັກຄີໄຊ, ອົງການປົກຄອງບ້ານ ພ້ອມດ້ວຍພະນັກງານ-ລັດຖະກອນ ສາລະວັດເຖົ້າແກ່ແນວໂຮມ, ຕະຫລອດຮອດພໍ່ແມ່ປະຊາຊົນ ໄດ້ພ້ອມກັນຈັດບຸນ ເພື່ອສະເຫລີມສະຫລອງວັນເກີດ ປະທານ ໄກສອນ ພົມວິຫານ ຂຶ້ນທີ່ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ໂດຍການຈັດຕັ້ງກອງບຸນ 3 ກອງ, ມີການຄົບງັນຕາມປະເພນີ ແລະ ມີພິທີຕັກບາດ ຖະຫວາຍສັງຄະທານ ແດ່ພະສົງ 9 ອົງເພື່ອອຸທິດເຖິງດວງວິນຍານຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.
ຂ່າວ: ສຸກມີໄຊ